ສະ​ພາ​ບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ອາເມລິກາຍັງຄົງແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສູງທີ່ສຸດໃນໂລກແມ່ນ 30,57 ລ້ານຄົນ. ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ.
ສະ​ພາ​ບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ປະຊາຊົນໃສ່ຜ້າອັດປາກ - ດັງ ຢູ່ ປາຣີ, ປະເທດຝລັ່ງ (ພາບ: THX)

        ຕອນເຊົ້າວັນທີ 23 ມີນາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2575 ຄົນ, ໃນນັ້ນມີ 2234 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ 35 ຄົນເສຍຊີວິດ. ຕາມໂຄງການສັກວັກຊິນເປີດກ້ວາງແຫ່ງຊາດ (TCMR) ແລ້ວ, ວັນທີ 22 ມີນາ, ມີ 2060 ຄົນໄດ້ຮັບການສັກວັກຊິນກັນໂຄວິດ - 19 ຕື່ມອີກ, ອັນໄດ້ຍົກຈຳນວນຜູ້ໄດ້ຮັບການສັກວັກຊິນຢູ່ 16 ແຂວງ, ນະຄອນຂຶ້ນເຖິງ 36.082 ຄົນ. ແຕ່ນີ້ຮອດທ້າຍເດືອນມີນາ, ໂຄງການສັກວັກຊິນເປີດກ້ວາງແຫ່ງຊາດ ຈະຈັດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ບັນດາແຂວງ, ນະຄອນທີ່ຍັງເຫຼືອເພື່ອກຽມພ້ອມໃຫ້ແກ່ການຜັນຂະຫຍາຍການສັກວັກຊິນເມື່ອວັກຊິນງວດຕໍ່ໄປ ສົ່ງມາເຖິງ ຫວຽດນາມ.

        ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 23 ມີນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 124,28 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 2,73 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກກ່ວາ 403.000 ຄົນ, ໃນນັ້ນ ບຣາຊິນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກສູງທີ່ສຸດແມ່ນ 53.386 ຄົນ, ຖັດຈາກນັ້ນແມ່ນ ອາເມລິກາ, ອິນເດຍ, ຕວັກກີ. ອາເມລິກາຍັງຄົງແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສູງທີ່ສຸດໃນໂລກແມ່ນ 30,57 ລ້ານຄົນ. ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ