ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ທ່ານ ຫງວຽນແທັງຟອງ ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ຮຽກຮ້ອງສຸມໃສ່ການຄວບຄຸມຜູ້ເຂົ້າເມືອງແບບຜິດກົດໝາຍຢ່າງແໜ້ນແຟ້ນ. ກຳ
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: TTXVN

ນັບແຕ່ເວລາ 18 ໂມງຂອງວັນທີ 12 ເມສາ ຫາ 6 ໂມງຂອງວັນທີ 13 ເມສາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 2 ຄົນ ຢູ່ນະຄອນ ໂຮ່ຈີມິນ ຊຶ່ງໄດ້ຮັບການແຍກຕົວຢ່າງທັນທີພາຍຫຼັງເຂົ້າເມືອງ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 2.707 ຄົນ, ມີ 2.445 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ 35 ຄົນເສຍຊີວິດ.

ໄລ່ຮອດເວລາ 16 ໂມງຂອງວັນທີ 12 ເມສາ, ທົ່ວປະເທດມີ 59.000 ຄົນ ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຢູ່ 19 ແຂວງ.

ໃນເຫດການທີ່ກ່ຽວຂ້ອງ, ກ່າວຄຳເຫັນທີ່ການຖະແຫຼງຂ່າວຂອງ ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຊຶ່ງໄດ້ດຳເນີນໃນວັນທີ 12 ເມສາ, ທ່ານ ຫງວຽນແທັງຟອງ ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ຮຽກຮ້ອງສຸມໃສ່ການຄວບຄຸມຜູ້ເຂົ້າເມືອງແບບຜິດກົດໝາຍຢ່າງແໜ້ນແຟ້ນ. ກຳລັງຕຳຫຼວດໄດ້ສົມທົບກັບບັນດາກົມກອງທະຫານ ຮັບປະກັນຄວາມປອດໄພໃນການ ຮັບ, ສົ່ງ, ແຍກຕົວສາທາລະນະສຸກ ສຳລັບຜູ້ເຂົ້າເມືອງຜິດກົດໝາຍ.

        ສ່ວນໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 13 ເມສາ (ຕາມເວລາ UTC), ໂລກຢັ້ງຢຶນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 137,2 ລ້ານຄົນ, ໃນນັ້ນມີເກືອບ 2,96 ລ້ານຄົນ ເສຍຊີວິດ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 32 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 576.000 ຄົນ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ