ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ​ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -   ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 14 ເມສາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3 ຄົນ ທີ່ມາຈາກຕ່າງປະເທດ ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ຂຶ້ນເປັນ 2717 ຄົນ, ໃນນັ້ນ ມີ 2.445 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນ ເສຍຊີວິດ.

        ໄລ່ຮອດເວລາ 16 ໂມງຂອງວັນທີ 13 ເມສາ, ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ງວດທຳອິດຢູ່ 19 ແຂວງ, ນະຄອນ ໃຫ້ແກ່ກວ່າ 60.000 ຄົນ. ປັດຈຸບັນ, ຢູ່ຫຼາຍທ້ອງຖິ່ນກໍໄດ້ຂຶ້ນແຜນລະອຽດ ເພື່ອຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ງວດທີ 2.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 1 ໂມງຂອງວັນທີ 14 ເມສາ ຕາມເວລາ UTC, ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 138 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 2,97 ລ້ານຄົນ ເສຍຊີວິດ. ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດຫຼາຍກວ່າ 577.000 ກໍລະນີ ໃນຈຳນວນຜູ້ຕິດເຊື້ອທັງໝົດແມ່ນຫຼາຍກວ່າ 32 ລ້ານຄົນ; ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ທັງສອງປະເທດດັ່ງກ່າວ ພວມປະເຊີນໜ້າກັບສະພາບການໂລກລະບາດສັບສົນຂຶ້ນຕື່ມຕາມແຕ່ລະວັນ.

ຕອບກັບ

ຂ່າວ/ບົດ​ອື່ນ