ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 2.830 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.490 ຄົນ
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ  ແລະ ໃນ​ໂລກ - ảnh 1ເຂດແຍກຕົວ (ພາບ: TTXVN)

ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງວັນທີ 23 ເມສາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 6 ຄົນ ຊຶ່ງລ້ວນແຕ່ແມ່ນຜູ້ເຂົ້າເມືອງ ແລະ ໄດ້ຮັບການແຍກຕົວໃນທັນທີ. ດັ່ງນັ້ນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 2.830 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.490 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ. ມາຮອດປັດຈຸບັນ, ຫວຽດນາມມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ເກືອບ 129.000 ຄົນ.

        ສ່ວນຢູ່ໃນໂລກ, ໄລ່ຮອດເວລາ 8 ໂມງຂອງວັນທີ 23 ເມສາ (ຕາມເວລາ ຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 145 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 3 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ. ຖັດຈາກນັ້ນ ແມ່ນ: ອິນເດຍ, ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ