ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຢູ່ ຫວຽດນາມ, ໄລ່ຮອດເວລາ 6 ໂມງຂອງວັນທີ 4 ພຶດສະພາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 4 ຄົນ, ໃນນັ້ນມີຄົນເຂົ້າເມືອງ 2 ຄົນໄດ້ຮັບການແຍກຕົວຢູ່ ອານຢາງ, 2 ຄົນຕິດເຊື້ອພາຍໃນປະເທດ ແມ່ນ ຢູ່ຮ່າໂນ້ຍ ແລະ ດ່ານັ້ງ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: THX/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 4 ພຶດສະພາ (ຕາມເວລາ UTC), ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ ກ່ວາ 154 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 3,22 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 33,2 ລ້ານ ຄົນ ໃນນັ້ນມີຜູ້ເສຍຊີວິດ ກ່ວາ 591.500 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ສະພາບການໂລກລະບາດໂຄວິດ - 19 ຢູ່ເອີລົບ ມີການຜັນແປຢ່າງຕັ້ງໜ້າ ກ່ວາ ເມື່ອຈຳນວນຜູ້ຕິດເຊື້ອພະຍາດ ໃນທົ່ວພາກພື້ນ ໄດ້ຫຼຸດລົງ 19%ໃນຮອບເວລາ 1 ອາທິດຜ່ານມາ. ຄະນະກຳມະການເອີລົບ (EC) ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ສະຫະພາບ ເອີລົບ (EU) ຜ່ອນຜັນບັນດາມາດຕະການຈຳກັດ, ຕາມນັ້ນແລ້ວ ກໍ່ອະນຸຍາດໃຫ້ ຜູ້ທີ່ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຢ່າງຄົບຖ້ວນແລ້ວ ແລະ ປະຊາຊົນບັນດາປະເທດທີ່ມີສະພາບການໂລກລະບາດໂຄວິດ - 19 ຫຼຸດລົງ ໄດ້ເຂົ້າເມືອງ.

ສ່ວນຢູ່ ຫວຽດນາມ, ໄລ່ຮອດເວລາ 6 ໂມງຂອງວັນທີ 4 ພຶດສະພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 4 ຄົນ, ໃນນັ້ນມີຄົນເຂົ້າເມືອງ 2 ຄົນໄດ້ຮັບການແຍກຕົວຢູ່ ອານຢາງ, 2 ຄົນຕິດເຊື້ອພາຍໃນປະເທດ ແມ່ນ ຢູ່ຮ່າໂນ້ຍ ແລະ ດ່ານັ້ງ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2.985 ຄົນ, ໃນນັ້ນມີ 1607 ຄົນຕິດແປດໃນຊຸມຊົນ. ປັດຈຸບັນ, ຫວຽດນາມ ມີ 2549 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ