ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -  ພາຍໃນ 12 ຊົ່ວໂມງຜ່ານມາ, ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃນໂລກໄດ້ເພີ່ມຂຶ້ນຫຼາຍກວ່າ 602.000 ກໍລະນີ, ໃນນັ້ນ ຈຳນວນກໍລະນີເສຍຊີວິດໄດ້ເພີ່ມຂຶ້ນຫຼາຍກວ່າ 11.100 ກໍລະນີ
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ການເກັບຕົວຢ່າງກວດຫາເຊື້ອ (ພາບ: TTXVN)

ເປັນອັນວ່າ, ໄລ່ຮອດຕອນເຊົ້າວັນທີ 5 ພຶດສະພາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດປະມານ 155 ລ້ານກໍລະນີ, ໃນນັ້ນ ມີຫຼາຍກວ່າ 3,2 ລ້ານກໍລະນີເສຍຊີວິດ.  ຢືນອັນດັບ 1 ກ່ຽວກັບຈຳນວນຜູ້ຕິດເຊື້ອ ແມ່ນ ອາເມລິກາ ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

        ຖ້າຫາກວ່າໄລ່ຕາມວັນ, ອິນເດຍ ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ ດ້ວຍເກືອບ 382.700 ກໍລະນີ. ຖ້າຫາກວ່າໄລ່ຕາມອັດຕາພົນລະເມືອງ, ຮຸງກາຣີ ແມ່ນປະເທດທີ່ມີອັດຕາຜູ້ເສຍຊີວິດສູງສຸດ, ຖັດຈາກນັ້ນ ແມ່ນ ສ.ເຊັກໂກ.

ສະເພາະຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງວັນທີ 5 ພຶດສະພາ, ຫວຽດນາມ ພົບກໍລະນີຕິດເຊື້ອໃໝ່ຕື່ມອີກ 26 ຄົນ. ປັດຈຸບັນ, ຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນ 3.022 ຄົນ ໃນນັ້ນ ມີ 2560 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນເສຍຊີວິດ  

ຕອບກັບ

ຂ່າວ/ບົດ​ອື່ນ