ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ Worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 7 ພຶດສະພາ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 156,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 3,2 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: THX/TTXVN

ປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 33,3 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດເກືອບ 594.000 ຄົນ. ອິນເດຍຍັງແມ່ນຈຸດໃຈກາງຂອງໂລກລະບາດ ເມື່ອ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ເພີ່ມເຕີມຂຶ້ນກ່ວາ 414.000 ຄົນ ແລະ ຜູ້ເສຍຊີວິດເພີ່ມຂຶ້ນ 3.920 ຄົນ ໃນຮອບເວລາ 24 ຊົ່ວໂມງຜ່ານມາ. ນີ້ກໍ່ແມ່ນຕົວເລກຜູ້ຕິດເຊື້ອພະຍາດໂຄວິດ - 19 ແລະ ເສຍຊີວິດເພີ່ມຂຶ້ນໃນວັນທີ່ສູງທີສຸດໃນໂລກ.

        ສ່ວນຢູ່ ຫວຽດນາມ, ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 6 ໂມງຂອງວັນທີ 6 ພຶດສະພາ ຫາ  ເວລາ 6 ໂມງຂອງວັນທີ 7 ພຶດສະພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເພີ່ມ 61 ຄົນ, ໃນນັ້ນມີ 57 ຄົນຕິດເຊື້ອພາຍໃນປະເທດ ແລະ 4 ຄົນແມ່ນຄົນເຂົ້າເມືອງ ຊຶ່ງໄດ້ຮັບການແຍກຕົວໃນທັນທີ. ໄລ່ຮອດເວລາ 8 ໂມງຂອງວັນທີ 7 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະນາດໂຄວິດ - 19 ໃນຊຸມຊົນ 1.691 ຄົນ. ຕາມລາຍງານຂອງກົມຄວບຄຸມການປິ່ນປົວພະຍາດ ກະຊວງສາທາລະນະສຸກ ຫວຽດນາມ ແລ້ວ: ປັດຈຸບັນ, ຫວຽດນາມ ມີຍອດຈຳນວນຜູ້ຕິດເຊື້ອໂຄວິດ - 19 ທັງໝົດທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະມິ ແມ່ນ 2.560 ຄົນ ໃນຈຳນວນຜູ້ຕິດເຊື້ອໂຄວິດ - 19 ສະສົມທັງໝົດ 3091 ຄົນ.

ຕາມເຫດການທີ່ກ່ຽວຂ້ອງ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ສົ່ງເອກະສານທາງການໄປຍັງບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການທີ່ຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ກ່ຽວກັບການຍູ້ແຮງການແຈ້ງອາການສຸຂະພາບ ເພື່ອຮັບໃຊ້ໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ດ້ວຍລະຫັດ QR.

ຕອບກັບ

ຂ່າວ/ບົດ​ອື່ນ