ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 16 ພຶດສະພາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 161,1 ຄົນ ໃນນັ້ນມີຜູ້ເສຍຊີວິດກ່ວາ 3,38 ລ້ານຄົນ.

ນັບແຕ່ເວລາ 18.00 ຂອງວັນທີ 15 ພຶດສະພາ ຫາ ເວລາ 12 ໂມງຂອງວັນທີ 16 ພຶດສະພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 133 ຄົນ. ບັນດາຜູ້ຕິດເຊື້ອລ້ວນແຕ່ຢູ່ເຂດແຍກຕົວ ແລະ ຖືກປິດເມືອງ. ແລະ ວັນທີ 15 ພຶດສະພາ ຢູ່ແຂວງ ບັກນີງ ມີ ຜູ້ຕິດເຊື້ອເປັນເພດຍິງ ອາຍຸ 89 ປີ ກວດຫາເຊື້ອເປັນບວກກັບ SARS CoV2 ເມື່ອວັນທີ 13 ພຶດສະພາ ຖືກເສຍຊີວິດ ຍ້ອນກ່ອນນັ້ນຜູ້ນີ້ເປັນພະຍາດຫນັກ.

ດັ່ງນັ້ນ, ມາຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 4.118 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.668 ຄົນ ແລະ 36 ຄົນເສຍຊີວິດ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 16 ພຶດສະພາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 161,1 ຄົນ ໃນນັ້ນມີຜູ້ເສຍຊີວິດກ່ວາ 3,38 ລ້ານຄົນ.

ຢູ່ອິນເດຍ ແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ - 19 ໃນທົ່ວໂລກ, ລັດຖະບານປະເທດນີ້ ໄດ້ໃຫ້ຄຳໝັ້ນສັນຍາ ຈະນຳສະພາບການກັບຄືນສູ່ຄວາມເປັນປົກກະຕິ . ມາຮອດປັດຈຸບັນ, ອິນເດຍໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 25,6 ລ້ານຄົນ, ຢືນຢູ່ອັນດັບທີ 2 ໃນໂລກ ຖັດຈາກ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ