ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

(VOVWORLD) -    ນັບແຕ່ເວລາ 18 ໂມງຂອງວັນທີ 22 ພຶດສະພາຫາເວລາ 6ໂມງຂອງວັນທີ 23 ພຶດສະພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19ໃໝ່  ຕື່ມອີກ 33 ກໍລະນີ(ຈາກຄົນເຈັບທີ 5087 ຫາ 5119), ໃນນັ້ນມີ 2 ກໍລະນີຢູ່ແຂວງບັກນິງ ແລະ ດົງນາຍທີ່ເຂົ້າເມືອງຈາກຕ່າງປະເທດ. ໃນຈຳນວນ 31 ກໍລະນີຕິດເຊື້ອຢູ່ພາຍໃນປະເທດນັ້ນ, ມີ 29 ກໍລະນີຢູ່ແຂວງບັກນິງ, 2 ກໍລະນີຢູ່ແຂວງນິງບີງ.
ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ - ảnh 1(ພາບປະກອບ)

     ແລະ ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງຂອງວັນທີ 23 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ ຕື່ມອີກ 22 ຄົນ(ຈາກຄົນເຈັບທີ 5120 ຫາ 5141) ຊຶ່ງລ້ວນແຕ່ຢູ່ໃນເຂດແຍກຕົວ. ລະອຽດຄື ແຂວງບັກຢາງມີ 11 ກໍລະນີ, ແຂວງຫາຍເຢືອງມີ 3 ກໍລະນີ, ນະຄອນດານັ້ງ ມີ 1 ກໍລະນີ, ໂຮງໝໍ K ສາຂາເຕີນຈຽວ 7 ກໍລະນີ. ເປັນອັນວ່າ ໄລ່ຮອດເວລາ 12 ໂມງຂອງວັນທີ 23 ພຶດສະພາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19  ທັງໝົດ 5141 ຄົນ, ໃນນັ້ນມີ 42 ຄົນເສຍຊີວິດ, ສາມາດປິ່ນປົວຫາຍດີໄດ້ 2721 ຄົນ.

       ສ່ວນຢູ່ໃນໂລກ,ຕາມເວບໄຊ worldometers.info ໄລ່ຮອດເວລາ 1 ໂມງຂອງ ວັນທີ 23 ພຶດສະພາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19  167.034.471 ຄົນ, ໃນນັ້ນມີຜູ້ເສຍຊີວິດ 3.468.399 ຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດ ຍັງຄົງແມ່ນອາເມລິກາ ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 33.882.333 ຄົນ, ໃນນັ້ນມີຜູ້ເສຍຊີວິດ 603.876  ຄົນ.      ຢືນອັນດັບທີ 2 ຂອງໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແມ່ນອິນເດຍ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 26.528.846 ຄົນ ແລະ ຜູ້ເສຍຊີວິດ 299.296  ຄົນ.      ຖັດຈາກອີນເດຍແມ່ນ ບຣາຊິວ ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 16.047.439  ຄົນ, ໃນນັ້ນມີຜູ້ເສຍຊີວິດ 448.291   ຄົນ

ຕອບກັບ

ຂ່າວ/ບົດ​ອື່ນ