ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ສ່ວນຢູ່ໃນໂລກ, ຕາມເວັບໄຊສະຕິworldometers.infoແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 1 ມິຖຸນາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 171,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 3,56 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1 ພະນັກງານການແພດປິ່ນປົວໃຫ້ເປັນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ໂກບົມເບຍ (ພາບ: TTXVN)

ນັບແຕ່ເວລາ 18 ໂມງຂອງວັນທີ 31 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 1 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 111 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 7.432 ຄົນ, ໃນນັ້ນມີຜູ້ໄດ້ປະຕິບັດການປິ່ນປົວຫາຍດີເປັນປົກກະຕິ 3.043 ຄົນ.

ໄລ່ຮອດເວລາ 16 ໂມງຂອງວັນທີ 31 ພຶດສະພາ, ຫວຽດນາມ ມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ກ່ວາ 1,1 ລ້ານຄົນ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຕິworldometers.infoແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 1 ມິຖຸນາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 171,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 3,56 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດໃນໂລກຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 34 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດກ່ວາ 609.767 ຄົນ, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ໂດຍກ່ຽວຂ້ອງເຖິງຍຸດທະສາດສັກວັກຊິນກັນໂຄວິດ - 19, ວັນທີ 31  ພຶດສະພາ, ຄະນະກຳມະການເອີລົບ ໄດ້ອະນຸຍາດນຳໃຊ້ວັກຊິນPfizer/BioNTech ກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍທີ່ມີອາຍຸແຕ່ 12 ປີຂຶ້ນໄປ. ໃນຂະນະນັ້ນ, ລັດຖະບານ ເດນມາກ ຮຽກຮ້ອງໃຫ້ວົງການການແພດປະເທດນີ້ ພິຈາລະນາຄຳຕັດສິນ ທີ່ໄດ້ຍົກອອກມາໃນເດືອນພຶດສະພາ ກ່ຽວກັບເລື່ອງນຳເອົາວັກຊິນກັນໂຄວິດ - 19 ຂອງບໍລິສັດການຢາ Johnson & Johnson (ອາເມລິກາ) ອອກຈາກໂຄງການສັກວັກຊິນແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ