ສະ​ພາບ​ການ​ໂລກລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຖ້າໄລ່ຕາມອັດຕາປະຊາກອນ, ເປຣູ ແມ່ນປະເທດທີ່ມີອັດຕາຜູ້ເສຍຊີວິດສູງສຸດ, ໃນຈຳນວນປະຊາກອນ 100.000 ຄົນ ໃດ ຈະມີ 573 ຄົນ ເສຍຊີວິດ. ຖັດຈາກນັ້ນ ແມ່ນ ຮຸງກາຣີ ແລະ Bosnia-Herzegovina.

        ໄລ່ຮອດຕອນເຊົ້າວັນທີ 16 ມິຖຸນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 177,3 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 3,8 ລ້ານຄົນ. ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ຖ້າໄລ່ຕາມອັດຕາປະຊາກອນ, ເປຣູ ແມ່ນປະເທດທີ່ມີອັດຕາຜູ້ເສຍຊີວິດສູງສຸດ, ໃນຈຳນວນປະຊາກອນ 100.000 ຄົນ ໃດ ຈະມີ 573 ຄົນ ເສຍຊີວິດ. ຖັດຈາກນັ້ນ ແມ່ນ ຮຸງກາຣີ ແລະ Bosnia-Herzegovina.

ສະ​ພາບ​ການ​ໂລກລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພະນັກງານການແພດ ຝລັ່ງ ຂົນສົ່ງຄົນເຈັບຕິດເຊື້ອໂຄວິດ - 19 (ພາບ:  Reuters)
ຖ້າໄລ່ຕາມພາກພື້ນແລ້ວ, ປັດຈຸບັນ, ອາເມລິກາ ລາຕິນ ແລະ ກາຣີເບ ແມ່ນຈຸດໃຈກາງຂອງໂລກລະບາດ, ດ້ວຍຈຳນວນຜູ້ເສຍຊີວິດກວ່າ 1,2 ລ້ານຄົນ ໃນຈຳນວນຜູ້ຕິດເຊື້ອກວ່າ 35,1 ລ້ານຄົນ. ຖັດຈາກນັ້ນ ແມ່ນ ເອີຣົບ, ອາເມລິກາເໜືອ, ອາຊີ, ຕາເວັນອອກກາງ, ອາຟະລິກາ ແລະ ໂອເຊອາເນຍ.

ສະເພາະຢູ່ ຫວຽດນາມ, ຕອນບ່າຍວັນທີ 16 ມິຖຸນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 176 ກໍລະນີ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ ຫວຽດນາມ   ຂຶ້ນເປັນ 11.480  ກໍລະນີ, ໃນນັ້ນ ມີ 4.543 ກໍລະນີ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 61 ກໍລະນີ ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ