ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ສ່ວນຢູ່ ຫວຽດນາມ, ໃນຕອນເຊົ້າວັນທີ 22 ມິຖຸນາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 47 ຄົນ, ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 13.530 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 5.453 ຄົນ, ມີ 69 ຄົນເສຍຊີວິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: THX/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ມິຖຸນາ (ຕາມເວລາ UTC), ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 179,5 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດເກືອບ 3,9 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 34,4 ລ້ານຄົນ ແລະ ຜູ້ເສຍຊີວິດ ເກືອບ 617.500 ຄົນ. ຢູ່ ອິນເດຍ, ຍອດຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນເຖິງເກືອບ 30 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 389.000 ຄົນ.

        ສ່ວນຢູ່ ຫວຽດນາມ, ໃນຕອນເຊົ້າວັນທີ 22 ມິຖຸນາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 47 ຄົນ, ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 13.530 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 5.453 ຄົນ, ມີ 69 ຄົນເສຍຊີວິດ.

        ໃນຂະນະນັ້ນ, ທ່ານ Bruce Aylward ທີ່ປຶກສາຂັ້ນສູງຂອງ ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ມີກ່ວາ 50% ບັນດາປະເທດທຸກຍາກ ທີ່ໄດ້ຮັບວັກຊິນກັນໂຄວິດ - 19 ຜ່ານໂຄງການ COVAX ຍັງບໍ່ໄດ້ຮັບການສະໜອງວັກຊິນຢ່າງພຽງພໍ ເພື່ອຮັກສາໂຄງການສັກວັກຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ