ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

(VOVWORLD) -ສ່ວນຢູ່ ຫວຽດນາມ, ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 19ໂມງ 30 ນາທີຂອງວັນທີ 26 ມິຖຸນາ ມາຮອດເວລາ 12 ໂມງຂອງວັນທີ 27 ມິຖຸນາ, ຫວຽດນາມ ມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 126 ຄົນ.
ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ - ảnh 1(ພາບ: TTXVN)

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ 27 ມິຖຸນາ ຕາມເວລາ UTC, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 181,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 3,9 ລ້ານຄົນ.

ສ່ວນຢູ່ ຫວຽດນາມ, ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 19ໂມງ 30 ນາທີຂອງວັນທີ 26 ມິຖຸນາ ມາຮອດເວລາ 12 ໂມງຂອງວັນທີ 27 ມິຖຸນາ, ຫວຽດນາມ ມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 126 ຄົນ. ດັ່ງນັ້ນ, ນັບແຕ່ເວລາ 12 ໂມງ ຂອງວັນທີ 27 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 15.401 ຄົນ ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 6.137 ຄົນ ແລະ 75 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ