ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 03 ກໍ​ລະ​ກົດ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 3 ກໍລະກົດ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດກວ່າ 183,7 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,97 ລ້ານຄົນເສຍຊີວິດ. ພາຍຫຼັງທີ່ລະເບີດມາເກືອບ 2 ປີ, ໂລກລະບາດໂຄວິດ - 13 ໄດ້ແຜ່ລາມອອກສູ່ 219 ປະເທດ ແລະ ເຂດແຄວ້ນ.

        ຕາມກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງ ຂອງວັນທີ 3 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ -  19 ຕື່ມອີກ 330 ກໍລະນີ ຢູ່ 16 ທ້ອງຖິ່ນ, ໃນນັ້ນ ນະຄອນ ໂຮ່ຈີມິນ ຢັ້ງຢືນມີ 249 ຄົນ. ເປັນອັນວ່າ, ໄລ່ຮອດເວລາ 12 ໂມງຂອງວັນທີ 3 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ -  19 ລວມທັງໝົດ 18.690 ຄົນ, ໃນນັ້ນ ມີ 7.395 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ມີ 84 ຄົນ ເສຍຊີວິດ.

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 03 ກໍ​ລະ​ກົດ - ảnh 1(ພາບປະກອບ: TTXVN)
 ສ່ວນຢູ່ໃນໂລກ, ໄລ່ຮອດຕອນເຊົ້າວັນທີ 3 ກໍລະກົດ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດກວ່າ 183,7 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,97 ລ້ານຄົນເສຍຊີວິດ. ພາຍຫຼັງທີ່ລະເບີດມາເກືອບ 2 ປີ, ໂລກລະບາດໂຄວິດ - 13 ໄດ້ແຜ່ລາມອອກສູ່ 219 ປະເທດ ແລະ ເຂດແຄວ້ນ.

        ໃນວັນທີ 2 ກໍລະກົດ, ອິນເດຍ ໄດ້ກາຍເປັນປະເທດຢືນອັນດັບທີ 3 ໃນໂລກ ເມື່ອຢັ້ງຢືນມີກໍລະນີເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ລື່ນກາຍລະດັບ 400.000 ຄົນ. ຢູ່ ອາຊີ, ຈຳນວນຜູ້ຕິດເຊື້ອໃໝ່ຢູ່ ສ.ເກົາຫຼີ ໃນວັນທີ 2 ກໍລະກົດ ໄດ້ເພີ່ມຂຶ້ນລະດັບສູງສຸດໃນໄລຍະເກືອບ 6 ເດືອນຜ່ານມາ. ໃນຂະນະນັ້ນ, ເອີີຣົບ ກໍພວມຕ້ອງປະເຊີນໜ້າກັບກະແສຟອງມີຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ. ຢູ່ ອາຟະລິກາ, ເຊື້ອໄວຣັດປ່ຽນພັນ Delta ກໍພວມເຮັດໃຫ້ໂລກລະບາດໂຄວິດ - 19 ແຜ່ລະບາດໃນລະດັບສູງສະຖິຕິ. ຕາມອົງການອະນາໄມໂລກແລ້ວ, ຈຳນວນຜູ້ຕິດເຊື້ອຢູ່ ອາຟະລິກາ ໄດ້ເພີ່ມຂຶ້ນຢ່າງແຮງເປັນ 6 ອາທິດຢ່າງຕໍ່ເນື່ອງ.  


ຕອບກັບ

ຂ່າວ/ບົດ​ອື່ນ