​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 04 ກຸມ​ພາ

(VOVWORLD) -   ນັບແຕ່ເວລາ 6 ໂມງເຊົ້າຫາເວລາ 18 ໂມງຂອງວັນທີ 4 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນ ຕື່ມອີກ 9 ກໍລະນີ.
​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 04 ກຸມ​ພາ - ảnh 1(ພາບປະກອບ: dangcongsan.vn)

 ນັບແຕ່ເວລາ 6 ໂມງເຊົ້າຫາເວລາ 18 ໂມງຂອງວັນທີ 4 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃນຊຸມຊົນ ຕື່ມອີກ 9 ກໍລະນີ, ໃນນັ້ນ, ແຂວງຫາຍເຢືອງ ມີ 1 ກໍລະນີ, ແຂວງ ກວ໋າງນິງ ມີ 2 ກໍລະນີ, ແຂວງຢາລາຍ ມີ 4 ກໍລະນີ, ຮ່າໂນ້ຍ 1 ກໍລະນີ ແລະ ບິ່ງເຢືອງ 01 ກໍລະນີ. ຕາມບົດລາຍງານຂອງອະນຸກຳມະການປິ່ນປົ່ວ ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ແລ້ວ, ໄລ່ຮອດຕອນບ່າຍວັນທີ 4 ກຸມພາ ມີຜູ້ຕິດເຊື້ອ 04 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ. ເປັນອັນວ່າ, ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 1.957 ຄົນ, ໃນນັ້ນ ມີ 1.465 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 35 ຄົນ ເສຍຊີວິດ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 4 ກຸມພາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 104,8 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2,26  ລ້ານຄົນ.

        ປະເທດຖືກຜົນສະທ້ອນຫຼາຍທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍ 457.884 ຄົນ ເສຍຊີວິດ ໃນຈຳນວນຜູ້ຕິດເຊື້ອສະສົມກວ່າ 27 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ