ສະພາບການໂລກລະບາດໂຄວິດ -19 ຢູ່ ຫວຽດນາມ ແລະ ໃນໂລກ ໃນວັນທີ 19 ພຶດສະພາ

(VOVWORLD) -ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 4.690 ຄົນ.
ສະພາບການໂລກລະບາດໂຄວິດ -19 ຢູ່ ຫວຽດນາມ ແລະ ໃນໂລກ ໃນວັນທີ 19 ພຶດສະພາ - ảnh 1(ພາບປະກອບ: TTXVN)

ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 12 ໂມງຂອງວັນທີ 19 ພຶດສະພາ ຫາເວລາ 18 ໂມງຂອງວັນດ ຽວກັນ ຫວຽດນາມ ໄດ້ກວດພົບ 111 ກໍລະນີຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ, ໃນນັ້ນ 109 ກໍລະນີແມ່ນນອນໃນເຂດແຍກຕົວ ຫຼື ເຂດຈຳກັດບໍລິເວັນຢູ່ບັນດາທ້ອງຖິ່ນ. ສະນັ້ນ, ໄລ່ຮອດຈຸດເວລານີ້, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 4.690 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.687 ຄົນ, 37 ຄົນເສຍຊີວິດ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 19 ພຶດສະພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 164,9 ລ້ານຄົນ, ໃນນັ້ນມີກວ່າ 3,4 ລ້ານຄົນເສຍຊີວິດ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນອາເມລິກາ, ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

        ໄລ່ຕາມພາກພື້ນ, ເອີລົບ ບັນແມ່ນໃຈກາງຂອງໂລກລະບາດໃນໂລກ, ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 52,3 ລ້ານຄົນ, ໃນນັ້ນກວ່າ 1,1 ລ້ານຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ