ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 20 ພຶດ​ສະ​ພາ

(VOVWORLD) -ໄລ່ຮອດເວລາ 18 ໂມງຂອງວັນທີ 20 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 4.764 ຄົນ, ໃນນັ້ນ ມີ 2.687 ຄົນໄດ້ຮັບການປິ່ນປົວໃຫ້ຫາຍດີແລ້ວ.
ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 6 ໂມງຂອງວັນທີ 20 ພຶດສະພາ ຫາເວລາ 18 ໂມງຂອງວັນດຽວກັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 44 ກໍລະນີ. ບັນດາກໍລະນີດັ່ງກ່າວ ລ້ວນແຕ່ຢູ່ໃນເຂດແຍກຕົວ ແລະ ເຂດຈຳກັດບໍລິເວນ. ເປັນອັນວ່າ, ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 20 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 4.764 ຄົນ, ໃນນັ້ນ ມີ 2.687 ຄົນໄດ້ຮັບການປິ່ນປົວໃຫ້ຫາຍດີແລ້ວ ແລະ ມີຜູ້ເສຍຊີວິດ 39 ຄົນ. 
ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 20 ພຶດສະພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດ ກວ່າ 165.535.504 ຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 3,4 ລ້ານຄົນ.

        ເຖິງວ່າເປັນປະເທດຢືນອັນດັບທີ 2 ຖັດຈາກ ອາເມລິກາ ກ່ຽວກັບຈຳນວນຜູ້ຕິດເຊື້ອ, ແຕ່ ອິນເດຍ ພວມແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອລາຍໃໝ່ໃນລາຍວັນເພີ່ມຂຶ້ນຫຼາຍທີ່ສຸດໃນໂລກ. ໃນເວລາ 24 ຊົ່ວໂມງຜ່ານມາ, ອິນເດຍ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ ກວ່າ 276.000 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເປັນ ກວ່າ 25,7 ລ້ານຄົນ, ໃນນັ້ນ ມີ ກວ່າ 287.000 ຄົນ ເສຍຊີວິດ. ຢືນອັນດັບທີ 3 ແມ່ນ ບຣາຊິນ.

        ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໄທ ສືບຕໍ່ ຢັ້ງຢືນຈຳນວນຜູ້ຕິດເຊື້ອລາຍໃໝ່ ແລະ ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຢູ່ໃນລະດັບສູງ, ດ້ວຍ 3.394 ກໍລະນີຕິດເຊື້ອໃໝ່. ເປັນອັນວ່າ, ໄທ ມີຜູ້ຕິດເຊື້ອລວມທັງໝົດ 116.946 ຄົນ, ໃນນັ້ນ ມີ 678 ຄົນ ເສຍຊີວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ