ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 24 ກໍ​ລະ​ກົດ

(VOVWORLD) -  ນັບແຕ່ເວລາ 19 ໂມງຂອງວັນທີ 23 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 24 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3.991 ຄົນ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີ 2.070 ຄົນ, ແຂວງ ລອງອານ ມີ 604 ຄົນ, ບິ່ງເຢືອງ 523 ຄົນ ແລະ ຮ່າໂນ້ຍ 5 ຄົນ… ເປັນອັນວ່າ, ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 86.957 ຄົນ, ໃນນັ້ນ ມີ 15.536 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.
ກ່ຽວກັບສະພາບການສັກວັກຊິນກັນພະຍາດໂຄວິດ - 19, ວັນທີ 23 ກໍລະກົດ, ຫວຽດນາມ ໄດ້ສັກວັກຊິນໃຫ້ແກ່ຫຼາຍກວ່າ 67.000 ຄົນ, ອັນໄດ້ຍົກຈຳນວນຜູ້ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ຂຶ້ນເກືອບ 4,48 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 24 ກໍ​ລະ​ກົດ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ອິນໂດເນເຊຍ (ພາບ: THX/TTXVN)

ສ່ວນໃນທົ່ວໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ່ ຂອງວັນທີ 24 ກໍລະກົດ, ຕາມເວລາ UTC, ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 194 ລ້ານຄົນ, ໃນນັ້ນ ມີເກືອບ 4,16 ລ້ານຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຂອງໂລກລະບາດໂຄວິດ - 19 ດ້ວຍເກືອບ 35,3 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 626.600 ຄົນ ເສຍຊີວິດ; ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ຢູ່ ອາຊີ, ອິນໂດເນເຊຍ ສືບຕໍ່ແມ່ນປະເທດຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອລາຍໃໝ່ ກໍຄື ຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19. ລະອຽດ, ປະເທດນີ້ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກກວ່າ 49.000 ຄົນ ແລະ 1.566 ຄົນ ເສຍຊີວິດ.

 


ຕອບກັບ

ຂ່າວ/ບົດ​ອື່ນ