ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 3 ກຸ​ມ​ພາ

(VOVWORLD) -ນັບແຕ່ເວລາ 6 ໂມງເຊົ້າ ຫາເວລາ 18 ໂມງ ຂອງວັນທີ 3 ກຸມພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ໃນຊຸມຊົນ ຕື່ມອີກ 19 ກໍລະນີ ແລະ 1 ກໍລະນີ ເປັນຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 3 ກຸ​ມ​ພາ - ảnh 1 ເອົາຕົວຢ່າງກວດຫາເຊື້ອໄວຣັດ SARS - CoV - 2 ຢູ່ແຂວງ ກວ໋າງນິງ (ພາບ: TTXVN)

ໃນນັ້ນ ຢູ່ ຫາຍເຢືອງ 14 ກໍລະນີ, ກວ໋າງນິງ 04 ກໍລະນີ, ຢາລາຍ 01 ກໍລະນີ. ເປັນອັນວ່າ, ໄລ່ຮອດເວລາ 18 ໂມງ ຂອງວັນທີ 3 ກຸມພາ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 1911 ກໍລະນີ, ໃນນັ້ນ ໄດ້ປິ່ນປົ່ວຫາຍດີ 1.461 ກໍລະນີ ແລະ ມີ 35 ກໍລະນີ ເສຍຊີວິດ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 3 ກຸມພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 104.372.113 ຄົນ, ໃນນັ້ນ ມີ 2.261.970 ຄົນ ເສຍຊີວິດ. ໄລ່ຮອດປັດຈຸບັນ, ອາເມລິກາ ມີ 457.822 ກໍລະນີເສຍຊີວິດ ໃນຈຳນວນ 27.023.425 ກໍລະນີຕິດເຊື້ອ. ຢືນອັນດັບທີ 2 ໃນໂລກ ແມ່ນ ອິນເດຍ, ຖັດຈາກນັ້ນ ແມ່ນ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ