ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 30 ມິ​ຖຸ​ນາ

(VOVWORLD) -  ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 29 ມິຖຸນາ ຫາເວລາ 18 ໂມງຂອງວັນທີ 30 ມິຖຸນາ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 450 ກໍລະນີ. ໄລ່ມາຮອດເວລາ 18 ໂມງ ຂອງວັນທີ 30 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດ 16.863 ກໍລະນີ, ໃນນັ້ນ ມີ 6.840  ກໍລະນີ ໄດ້ຮັບການປິ່ນປົວຫາຍດີ ແລະ 81 ກໍລະນີເສຍຊີວິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ ໃນ​ວັນ​ທີ 30 ມິ​ຖຸ​ນາ - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ)

ກ່ຽວກັບກອງທຶນວັກຊິນປ້ອງກັນ, ຕ້ານໂຄວິດ - 19, ໄລ່ຮອດຕອນບ່າຍວັນທີ 30 ມິຖຸນາ, ກອງທຶນດັ່ງກ່າວ ໄດ້ຮັບເງິນຫຼາຍກວ່າ 104 ຕື້ດົ່ງ ຜ່ານການສົ່ງຂໍ້ຄວາມ ແລະ 7.930 ຕື້ ດົ່ງ ຈາກການປະກອບສ່ວນຂອງບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ.

        ສ່ວນຢູ່ໃນໂລກ, ໄລ່ຮອດຕອນເຊົ້າວັນທີ 30 ມິຖຸນາ, ທົ່ວປະເທດໄດ້ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດກວ່າ 182,5 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,9 ລ້ານຄົນເສຍຊີວິດ. ສະພາບການໂລກລະບາດໂຄວິດ - 19 ໃນທົ່ວໂລກ ນັບມື້ນັບສັບສົນຂຶ້ນຕື່ມ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຍ້ອນໄວຣັດສາຍພັນໃໝ່ Delta ມີທ່າອ່ຽງເພີ່ມຂຶ້ນຢ່າງຮ້າຍແຮງ.

        ຢູ່ ອາຊີ, ມາຮອດປັດຈຸບັນ, ກຳປູເຈຍ ໄດ້ກວດພົບ 22 ກໍລະນີຕິດເຊື້ອຍ້ອນໄວຣັດກາຍພັນໃໝ່ Delta, ໃນຂະນະນັ້ນ, ຈຳນວນກໍລະນີຕິດເຊື້ອພະຍາດໂຄວິດ - 19 ຍ້ອນເຊື້ອໄວຣັດສາຍພັນໃໝ່ Delta ທີ່ເພີ່ມຂຶ້ນໃນຫວ່າງມໍ່ໆມານີ້ ກໍພວມຍູ້ ອິນໂດເນເຊຍ ຕົກເຂົ້າສູ່ສະພາບ “ໄພພິບັດ” ເມື່ອໂຮງໝໍແຫ່ງຕ່າງໆລ້ວນແຕ່ຕົກເຂົ້າສູ່ສະພາບເກີນຂອບເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ