ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ​ໃນ ໂລກ

(VOVWORLD) -ນັບແຕ່ເວລາ 0ໂມງຂອງວັນທີ 31 ພຶດສະພາ, ນະຄອນໂຮ່ຈີມິນ ມີ ເມືອງກໍເວິບ ແລະ ເມືອງ ແທັງລົກ (ເມືອງ 12) ໄດ້ປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຂອງທ່ານນາຍົກລັດຖະມົນຕີ, ສ່ວນບັນດາທ້ອງຖິ່ນ, ເມືອງຕ່າງໆ ຈະນຳໃຊ້ຄຳສັ່ງເລກທີ 15 ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ​ໃນ ໂລກ - ảnh 1ພາບປະກອບ: TTXVN

ວັນທີ 31 ພຶດສະພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 30 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 31 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 61 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 7.168 ຄົນ, ໃນນັນນັ້ນ ມີ 47 ຄົນເສຍຊີວິດ  ແລະ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.950 ຄົນ.

ນັບແຕ່ເວລາ 0ໂມງຂອງວັນທີ 31 ພຶດສະພາ, ນະຄອນໂຮ່ຈີມິນ ມີ ເມືອງກໍເວິບ ແລະ ເມືອງ ແທັງລົກ (ເມືອງ 12) ໄດ້ປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຂອງທ່ານນາຍົກລັດຖະມົນຕີ, ສ່ວນບັນດາທ້ອງຖິ່ນ, ເມືອງຕ່າງໆ ຈະນຳໃຊ້ຄຳສັ່ງເລກທີ 15 ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 31 ພຶດສະພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 171.010.497 ຄົນ, ໃນນັ້ນມີຜູ້ເສຍຊີວິດ 3,55 ລ້ານຄົນ.

ປະເທດມີຈຳນວນຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍທີ່ສຸດໃນໂລກ ຍັງຄົງແມ່ນ ອາເມລິກາ, ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 609.544 ຄົນໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດແມ່ນ 34.043.010 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ