ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ - 19 ຢູ່ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນອາເມລິກາດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກ່ວາ 21,8 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ 369.486 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ - 19 ຢູ່ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: Reuters

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 7 ມັງກອນ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ ກ່ວາ 87 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ 1,9 ລ້ານຄົນ.

ປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນອາເມລິກາດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກ່ວາ 21,8 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ 369.486 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

  ສ່ວນຢູ່ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 6 ມັງກອນ ຫາເວລາ 18 ໂມງຂອງວັນທີ 7 ມັງກອນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ກັບມາຈາກຕ່າງປະເທດຕິດເຊື້ອໂຄວິດ - 19 ລາຍໃໝ່ອີກ 4 ຄົນ. ເປັນອັນວ່າ, ໄລ່ຮອດຕອນແລງວັນທີ 7 ມັງກອນ 2021, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ສະສົມ 1.509 ຄົນ, ໃນນັ້ນ ມີ 1353 ຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 35 ຄົນ ເສຍຊີວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ