ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 111,95 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 2,47 ລ້ານຄົນ. 
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ອິນໂດເນເຊຍແມ່ນປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍທີ່ສຸດ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ພາບ: AP)

ຕອນເຊົ້າວັນທີ 22 ກຸມພາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18ໂມງ ວັນທີ 21 ກຸມພາ ຫາເວລາ 6 ໂມງຂອງວັນທີ 22 ກຸມພາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ.

ປັດຈຸບັນ, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2383 ຄົນ, ໃນນັ້ນມີ 1717 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

        ຕາມເວັບໄຊສະຖິຕິ worldomerters.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 22 ກຸມພາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 111,95 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 2,47 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 28,76 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 511.130 ຄົນ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ, ບຣາຊິນ, ລັດເຊຍ, ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ