ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ໃນ​ໂລກ

(VOVWORLD) -ຢູ່ອາຊີຕາເວັນອອກສ່ຽງໃຕ້, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ໄດ້ປະກາດໃຊ້ມະຕິສະບັບໃໝ່ກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ໃນ​ໂລກ - ảnh 1ພາບປະກອບ: TTXVN

ໄລ່ຮອດຕອນເຊົ້າວັນທີ 2 ເມສາ, ໃນໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 129,6 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດກ່ວາ 2,83 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 31,1 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 565.200 ຄົນ.

        ຖັດຈາກ ອາເມລິກາ ແມ່ນ ບຣາຊິນ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 12,7 ລ້ານຄົນ ແລະ ຜູ້ເສຍຊີວິດ 321.886 ຄົນ.

        ຢູ່ອາຊີຕາເວັນອອກສ່ຽງໃຕ້, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ໄດ້ປະກາດໃຊ້ມະຕິສະບັບໃໝ່ກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 , ໃນນັ້ນມີບາງຂໍ້ຈຳກັດສຳລັບປະຊາຊົນ ແລະ ການເຄື່ອນໄຫວດຳເນີນທຸລະກິດຄືຄຳສັ່ງຫ້າມຢູ່ບາງສະຖານທີ່ ທີ່ມີຄວາມສ່ຽງແຜ່ລະບາດສູງ.

ຕອບກັບ

ຂ່າວ/ບົດ​ອື່ນ