ສະພາບການໂລກລະບາດໂຄວິດ - 19 ໃນທົ່ວ​ໂລກ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ

(VOVWORLD) -       ໃນວັນທີ 12 ພຶດສະພາ, ສະພາບການໂລກລະບາດໂຄວິດ - 19 ໃນໂລກ ສືບຕໍ່ມີການຜັນແປຢ່າງສັນສົນ. 

 ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 22ໂມງ ຂອງວັນທີ 12 ພຶດສະພາ (ຕາມເວລາຫວຽດນາມ), ຍອດຈໍານວນຜູ້ຕິດເຊື້ອແມ່ນ 4.292.506 ຄົນ, ໃນນັ້ນ ມີ 288.975 ກໍລະນີ ເສຍຊີວິດ. ຈໍານວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.544.917 ຄົນ.

        ປັດຈຸບັນ ອາເມລິກາຍັງຄົງແມ່ນປະເທດທີ່ມີການແຜ່ລະບາດຮ້າຍແຮງກວ່າໝູ່ໃນໂລກ ດ້ວຍຈໍານວນຜູ້ຕິດເຊື້ອແມ່ນ 1.388.283 ຄົນ ແລະ 82.218 ຄົນເສຍຊີວິດ. ປັດຈຸບັນ, ທໍານຽບຂາວ ພວມຊຸກຍູ້ຍຸດທະສາດໝູນໃຊ້ມາດຕະການວັດແທກອຸນຫະພູມຮ່າງກາຍ ເພື່ອຟື້ນຟູການເຄື່ອນໄຫວຂອງຂະແໜງການບິນໂດຍໄວ.

        ອົງການອະນາໄມໂລກ ຖືວ່າ ມີບາງວິທີການປິ່ນປົວ ເບິ່ງຄືວ່າ ພວມຊ່ວຍຫຼຸດຜ່ອນລະດັບຄວາມຮ້າຍແຮງລົງ ຫຼື ເວລາຕິດເຊື້ອພະຍາດໂຄວິດ - 19. ປັດຈຸບັນ, ອົງການນີ້ ພວມ ລົງເລິກຄົ້ນຄວ້າ 4 – 5 ວິທີການປິ່ນປົວ ທີ່ມີໝາກຜົນສູງທີ່ສຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ