ສະພາບ​ການ​ໂລກລະບາດ​ໂຄ​ວິດ - 19 ​ໃນ​ວັນ​ທີ 26 ພຶດສະພາ

(VOVWORLD) -  ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 27 ພຶດສະພາ (ຕາມເວລາ UTC), ໂລກໄດ້ມີຜູ້ເສຍຊີວິດ ຫຼາຍກວ່າ 351.000 ຄົນຍ້ອນໂລກລະບາດໂຄວິດ - 19, ໃນຈໍານວນຜູ້ຕິດເຊື້ອທັງໝົດແມ່ນຫຼາຍກວ່າ 5,67 ລ້ານກໍລະນີ. 
ສະພາບ​ການ​ໂລກລະບາດ​ໂຄ​ວິດ - 19 ​ໃນ​ວັນ​ທີ 26 ພຶດສະພາ - ảnh 1ອາເມລິກາ ຍັງຄົງແມ່ນປະເທດຢືນອັນດັບທີ 1 ໃນໂລກ ກ່ຽວກັບຈໍານວນຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອ(ພາບ:  AFP/TTXVN)

      ອາເມລິກາ ຍັງຄົງແມ່ນປະເທດຢືນອັນດັບທີ 1 ໃນໂລກ ກ່ຽວກັບຈໍານວນຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອ. ກ່ຽວກັບຈໍານວນຜູ້ຕິດເຊື້ອ ຖັດຈາກ ອາເມລິກາ ແມ່ນ ບຣາຊີນ, ລັດເຊຍ, ແອັດສະປາຍ ແລະ ອັງກິດ ຕາມລໍາດັບ.

        ຢູ່ບັນດາປະເທດໃນໂລກສ່ວນຫຼາຍໂລກລະບາດມີທ່າອ່ຽງຫຼຸດລົງ, ເຖິງຢ່າງໃດກໍຕາມ,ໂລກລະບາດໂຄວິດ - 19 ພັດມີຄວາມສ່ຽງກາຍເປັນແຫຼ່ງແຜ່ລະບາດໃໝ່ ເຊິ່ງຈຸດໃຈກາງແມ່ນຫັນໄປສູ່ພາກພື້ນ ອາເມລິກາ ລາຕິນ.

        ຢູ່ເອີຣົບ, ມີບາງປະເທດສືບຕໍ່ຢັ້ງຢືນວ່າ ໂລກລະບາດມີການຜັນແປຕາມທິດຕັ້ງໜ້າ. ທ່ານນາຍົກລັດຖະມົນຕີ Montenegro Dusko Markovic ຖະແຫຼງວ່າ ປະເທດນີ້ ໄດ້ຄວບຄຸມໂລກລະບາດໂຄວິດ - 19 ໄດ້ສໍາເລັດ ໃນ 20 ວັນຜ່ານມາ ແມ່ນບໍ່ມີກໍລະນີຕິດເຊື້ອໃໝ່ຕື່ມອີກ.

        ຢູ່ ອາຊີ, ຄະນະກໍາມະການສາທາລະນະສຸກແຫ່ງຊາດ ຈີນ (NHC) ໄດ້ປະກາດວ່າມີຜູ້ຕິດເຊື້ອໃໝ່ຢູ່ປະເທດນີ້ຕື່ມອີກ 7 ຄົນ, ເຊິ່ງລ້ວນແຕ່ແມ່ນຜູ້ທີ່ກັບມາຈາກຕ່າງປະເທດ. NHC ໃຫ້ຮູ້ວ່າ ປະເທດນີ້ໄດ້ຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ ແລະ ບໍ່ມີກໍລະນີເສຍຊີວິດໃໝ່ຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ