ສະ​ພາບ​ການ​ໂລ​ກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ປັດຈຸບັນ ອາເມລິກາ, ອິນເດຍ ແລະ ບຣາຊິນ ຍັງແມ່ນ 3 ປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 0 ໂມງຂອງວັນທີ 22 ສິງຫາ (ຕາມເວລາ UTC), ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດແມ່ນ 212.145.791 ຄົນ ແລະ ມີຜູ້ເສຍຊີວິດ 4.436.615 ຄົນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 548.731 ຄົນ ແລະ ຜູ້ເສຍຊີວິດຕື່ມອີກ 8.462 ຄົນ.

ລາຍລະອຽດແມ່ນ, ໃນຮອດເວລາ 24 ຊົ່ວໂມງ, ອາເມລິກາ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນ 86.461 ຄົນ, ໃນຂະນະນັ້ນ, ອິນໂດເນເຊຍ ມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຫຼາຍທີ່ສຸດໃນໂລກ ແມ່ນກ່ວາ 1.361 ຄົນ.

ປັດຈຸບັນ ອາເມລິກາ, ອິນເດຍ ແລະ ບຣາຊິນ ຍັງແມ່ນ 3 ປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ.

ນັບແຕ່ເວລາ 18 ໂມງຂອງວັນທີ 21 ສິງຫາ ຫາເວລາ 18 ໂມງຂອງວັນທີ 22 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 11.214 ຄົນ. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 348.059 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 147.667 ຄົນ ແລະ ມີຜູ້ເສຍຊີວິດ 8.277 ຕົນ

ຕອບກັບ

ຂ່າວ/ບົດ​ອື່ນ