ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ອາເມລິກາ ຍັງແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດໃນໂລກ ຈາກໂລກລະບາດໂຄວິດ - 19. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ພາບປະກອບ: ກະຊວງສາທາລະນະສຸກ ຫວຽດນາມ

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 21 ພະຈິກ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 257,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,1 ລ້ານຄົນ.

ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ຫຼາຍກ່ວາ 463.000 ຄົນ ແລະ ຜູ້ເສຍຊີວິດຕື່ມ 5.300 ຄົນ. ເຢຍລະມັນ ໄດ້ນຳໜ້າທົ່ວໂລກ ກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 41.000 ຄົນ. ຖັດຈາກນັ້ນແມ່ນ ອັງກິດ ແລະ ລັດເຊຍ.

ອາເມລິກາຍັງແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດໃນໂລກ ຈາກໂລກລະບາດໂຄວິດ - 19. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 20 ພະຈິກ ຫາເວລາ 16 ໂມງຂອງວັນທີ 21 ພະຈິກ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 9.889 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 1.094.514 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 905.500 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ