​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 444 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6 ລ້ານຄົນ.
​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ປ້າຍເຕືອນໃຫ້ປະຊາຊົນໃສ່ຜ້າອັດປາກ ຢູ່ຮ້ານອາຫານແຫ່ງໜຶ່ງຢູ່ ນຶວຢອກ, ອາເມລິກາ (ພາບ: TTXVN)

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 5 ມີນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 444 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ມາຮອດປັດຈຸບັນ, ມີຜູ້ຕິດເຊື້ອເກືອບ 81 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 983.500 ຄົນ. ອິນເດຍ ຢັ້ງຢືນມີຜູ້ຕິດເຊື້ອຫຼາຍອັນດັບທີ 2 ໃນໂລກ ດ້ວຍເກືອບ 43 ລ້ານຄົນ. ເຖິງຢ່າງໃດກໍຕາມ, ບຣາຊິນ ມີຜູ້ເສຍຊີວິດຫຼາຍອັນດັບ 2 ໃນໂລກ ດ້ວຍຜູ້ຕິດເຊື້ອຫຼາຍກວ່າ 651.000 ຄົນ. ເອີຣົບ ແມ່ນທະວີບໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍກວ່າ 159 ລ້ານຄົນ, ຖັດຈາກນັ້ນແມ່ນ ທະວີບ ອາຊີ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນກວ່າ 119 ລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ