ສະພາບ​ການ​ໂລກລະບາດ​ໂຄ​ວິດ - 19 ​ໃນ​ໂລກ

(VOVWORLD) -  ໄລ່ຮອດ 6 ໂມງ ເຊົ້າຂອງວັນທີ 01 ພຶດສະພາ 2020, ຫວຽດນາມ ຢັ້ງຢືນບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ນອີກ. ເປັນອັນວ່າ, ນັບແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຫາ 6 ໂມງຂອງວັນທີ 01 ພຶດສະນາ ແມ່ນ 15 ວັນຢ່າງລຽນຕິດ ຫວຽດນາມບໍ່ພົບກໍລະນີຕິດແປດໃດໆໃນວົງຄະນະຍາດ.
ສະພາບ​ການ​ໂລກລະບາດ​ໂຄ​ວິດ - 19 ​ໃນ​ໂລກ - ảnh 1 ທ່ານໝໍປ່ິນປົວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ ເມັກຊີໂກ (ພາບ: THX/TTXVN)

        ໃນຂະນະນັ້ນ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກວ່າ 3,3 ລ້ານຄົນ ແລະ ມີ 234.000 ຄົນເສຍຊີວິດ ຍ້ອນໂລກລະບາດດັ່ງກ່າວ. ອາເມລິກາ ຍັງຄົງແມ່ນປະເທດຢືນອັນດັບໜຶ່ງໃນໂລກ ກ່ຽວກັບຈໍານວນຜູ້ຕິດເຊື້ອ ແລະ ຈໍານວນຜູ້ເສຍຊີວິດ ຍ້ອນໂລກລະບາດໂຄວິດ - 19. ປັດຈຸບັນ, ປະເທດນີ້ ຢັ້ງຢືນມີຫຼາຍກວ່າ 1, 06 ລ້ານກໍລະນີຕິດເຊື້ອ ແລະ ປະມານ 63.000 ກໍລະນີເສຍຊີວິດ.

        ຢູ່ ເອີຣົບ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຖະແຫຼງວ່າ ປັດຈຸບັນ, ປະເທດນີ້ໄດ້ຜ່ານຜ່າຈຸດເວລາອັນຮ້າຍແຮງທີ່ສຸດຂອງໂລກລະບາດ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ໃນອະທິດໜ້າ ຈະວາງອອກແຜນການຍົກເລີກການປິດລ້ອມ ເຊິ່ງໄດ້ປະຕິບັດໃນທົ່ວປະເທດນັບແຕ່ຕອນຄໍ່າວັນທີ 23 ມີນາ (ຕາມເວລາທ້ອງຖິ່່ນ) ເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ນະຄອນຫຼວງ ມົດສະກູຂອງ ລັດເຊຍ ກໍແຈ້ງໃຫ້ຊາບວ່າ ໄດ້ຜ່ານຜ່າໄລຍະຮ້າຍແຮງທີ່ສຸດເຊັ່ນດຽວກັນ.

        ຢູ່ ອາຊີ, ຕອນເຊົ້າວັນທີ 1 ພຶດສະພາ, ຄະນະກໍາມະການສາທາລະນະສຸກ ແຫ່ງຊາດ ຈີນ ໄດ້ປະກາດມີ 12 ກໍລະນີຕິດເຊື້ອໃໝ່ ຢູ່ ຈີນໃນວັນທີ 30 ເມສາ. ກໍໃນວັນທີ 1 ພຶດສະພາ, ສ.ເກົາຫຼີ ສືບຕໍ່ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ. ເພື່ອຮັບມືກັບກໍລະນີ ໂລກລະບາດຈະແກ່ຍາວ, ສ.ເກົາຫຼີ ໄດ້ກະກຽມວິທີແຍກຫ່າງໃນສັງຄົມ ໄປພ້ອມໆກັບການຮັກສາການດໍາລົງຊີວິດເປັນປົກກະຕິ.


ຕອບກັບ

ຂ່າວ/ບົດ​ອື່ນ