ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 01 ໂມງ ຂອງວັນທີ 28 ມັງກອນ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດກ່ວາ 101 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ຫຼາຍກ່ວາ 2 ລ້ານ 1 ແສນ ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ພາບປະກອບ: TTXVN

ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກ່ວາ 26 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດເກືອບ  4 ແສນ 4 ສິບພັນຄົນ ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕາມແຈ້ງການຫລ້າສຸດຂອງ ອົງການອະນາໄມໂລກ (WHO) ແລ້ວ, ເຊື້ອໄວຣັດ SARS-CoV-2 ກາຍພັນຕ່າງໆ ພວມແຜ່ລາມເປັນວົງກວ້າງໃນທົ່ວປະເທດ. ຕາມລາຍງານຂອງ WHO ໃຫ້ຮູ້ວ່າ ເຊື້ອໄວຣັດ SARS-CoV-2 ສາຍພັນໃໝ່ໄດ້ກວດພົບຄັ້ງທຳອິດຢູ່ອັງກິດ ປັດຈຸບັນໄດ້ປະກົດຂຶ້ນຢູ່ ກ່ວາ 70 ປະເທດ, ແລະ ກາຍພັນທີ່ກວດພົບຢູ່ອາຟຼິກກາໃຕ້ ໄດ້ແຜ່ລາມອອກສູ່ ກ່ວາ 30 ປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ