ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 19 ກຸມພາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 110,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 2,44 ລ້ານຄົນ
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ທ່ານນາງ ຄ໊ວາຈວນອິ໊ງ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: TTXVN)

ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກ່ວາ 28,5 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ ແມ່ນ 504.300 ຄົນ. ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ອາເມລິກາ ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ ເກືອບ 49.000 ຄົນ.

ແລະກໍ່ໃນວັນທີ 18 ກຸມພາ, ມາເລເຊຍ ໄດ້ຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ລາຍໃໝ່ຕື່ມອີກ 25 ຄົນ. ນີ້ແມ່ນຈຳນວນຜູ້ເສຍຊີວິດສູງທີ່ສຸດຢູ່ປະເທດນີ້.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 18 ກຸມພາ, ທ່ານນາງ ຄ໊ວາຈວນອິ໊ງ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຕຳໜິຕິຕຽນ ນັກການເມືອງຝ່າຍຕາເວັນຕົກບາງທ່ານ ທີ່ສົງໄສເຖິງຄວາມຍຸຕິທຳຂອງການສືບສວນ ເພື່ອແນໃສ່ຄົ້ນຫາຕົ້ນກຳເນີດຂອງເຊື້ອໄວຣັດ SARS – CoV – 2 ໂດຍຄະນະປະຕິບັດງານຂອງ ອົງການອະນາໄມໂລກ (WHO) ປະຈຳ ຈີນ ປະຕິບັດ, ພ້ອມທັງຖືວ່າ ຄວາມຍຸຕິທຳບໍ່ໝາຍຄວາມວ່າ “ປະຕິບັດຕາມຄຳສັ່ງຂອງຝ່າຍຕາເວັນຕົກ”.

ຕອບກັບ

ຂ່າວ/ບົດ​ອື່ນ