ສະ​ພາບ​ການໂລກ​ລະ​ບາດໂຄວິດ - 19 ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 16 ມີນາ ຕາມເວລາ UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 120,75 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 2,67 ລ້ານຄົນ.
ສະ​ພາບ​ການໂລກ​ລະ​ບາດໂຄວິດ - 19 ໃນ​ໂລກ - ảnh 1ປະຊາຊົນນັ່ງຖ້າສັກວັກຊິນກັນໂຄວິດ - 19 ຢູ່ ກຳປູເຈຍ (ພາບ: AFP/ TTXVN)

ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 327.555 ຄົນ, ໃນນັ້ນຫຼາຍທີ່ສຸດແມ່ນຢູ່ ອາເມລິກາ (43.925 ຄົນ), ບຣາຊິນ (42.107 ຄົນ), ອິນເດຍ (24.366 ຄົນ), ອີຕາລີ (15.503 ຄົນ)… ເມື່ອທຽບໃສ່ອາທິດກ່ອນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ ທີ່ໄດ້ຮັບການກັບກຳສະຖິຕິປະຈຳວັນໃນທົ່ວໂລກ  ໄດ້ເພີ່ມຂຶ້ນປະມານ 43.000 ຄົນ ເຖິງວ່າຢູ່ຫຼາຍປະເທດພວມຍູ້ແຮງການສັກວັນຊິນກັນໂຄວິດ - 19 ກໍ່ຕາມ.

ເຖິງຢ່າງໃດກໍ່ຕາມ, ໃນຈຸດເວລາປັດຈຸບັນ, ໂຄງການສັກວັກຊິນຢູ່ບາງປະເທດພວມປະສົບກັບຄວາມຫຍຸ້ງຍາກ ຍ້ອນຂາດເຂີນແຫຼ່ງສະໜອງ, ໃນຂະນະທີ່ ວັກຊິນຂອງ AstraZeneca ພວມຢຸດນຳໃຊ້ຊົ່ວຄາວ.

ຕອບກັບ

ຂ່າວ/ບົດ​ອື່ນ