ສະພາບການໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ແລະ ໃນໂລກ

(VOVWORLD) -  ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ ແຕ່ 18 ໂມງວັນທີ 20 ກຸມພາ ຮອດ 6 ໂມງ ວັນທີ 21 ກຸມພາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່. 

ປະຈຸບັນ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ແມ່ນ 2.368 ຄົນ, ໃນນັ້ນ ມີ 1.469 ຄົນຕິດເຊື້ອໃນຊຸມຊົນ. ຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.627 ຄົນ, ຈຳນວນຜູ້ເສຍຊີວິດຍ້ອນໂຄວິດ-19 ແມ່ນ 35 ຄົນ.

ສະພາບການໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ແລະ ໃນໂລກ - ảnh 1(ພາບປະກອບ/TTXVN)

          ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງວັນທີ 21 ກຸມພາ (ຕາມເວລາ UTC), ໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນເກືອບ 111.64 ລ້ານຄົນ, ໃນນັ້ນ ມີເກືອບ 2,5 ລ້ານຄົນເສຍຊີວິດ.

ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນກ່ວາ 28,7 ລ້ານຄົນ, ໃນນັ້ນ ມີເກືອບ 510 ພັນຄົນເສຍຊີວິດ, ຖັດມາແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ