ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ນັບແຕ່ເວລາ 18 ໂມງຂອງວັນທີ 19 ມີນາ ຫາເວລາ 6 ໂມງຂອງວັນທີ 20 ມີນາ, ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ.
ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1(ພາບປະກອບ: TTXVN)

ປະຈຸບັນ, ຢູ່ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.571 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 2.198 ຄົນ; 35 ຄົນເສຍຊີວິດ ແລະ ເປັນມື້ທີ 35 ທີ່ 10 ແຂວງ, ນະຄອນບໍ່ພົບກໍ່ລະນີຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ໃນຊຸມຊົນລວມມີ: ຮ່ວາບິ່ງ, ດ້ຽນບຽນ, ຮ່າຢາງ, ບິ່ງເຢືອງ, ຮືງອຽນ, ບັ໊ກຢາງ, ຢາລາຍ, ບັ໊ກນິງ, ກວາງນິງ ແລະ ນະຄອນໂຮ່ຈີມິນ. ຢູ່ຮ່າໂນ້ຍ ເປັນມື້ທີ 32 ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ໃນຊຸມຊົນ. ໄລ່ຮອດເວລາ 16 ໂມງຂອງວັນທີ 19 ມີນາ 2021, ມີພະນັກງານ, ພາລະກອນການແພດທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເກືອບ 31.000 ຄົນໄດ້ສັກວັກຊິນກັນພະຍາດໂຄວິດ-19 ແລ້ວ.

        ສ່ວນຢູ່ໃນໂລກ - ຕອນຄ່ຳວັນທີ 19 ມີນາ, ກະຊວງສາທາລະນະສຸກກຳປູເຈຍ ແລະ ອົງການອະນາໄມໂລກ (WHO) ໄດ້ອອກແຈ້ງການລວມກ່ຽວກັບສະພາບການໂລກລະບາດຢູ່ປະເທດນີ້ ໂດຍໃຫ້ຮູ້ວ່າ, ເລື່ອງມີຜູ້ຕິດເຊື້ອພະຍາດໂຄວິດ-19 ເສຍຊີວິດແມ່ນຄຳກ່າວເຕືອນເຖິງປະຊາຊົນກຳປູເຈຍ ທຸກໆຄົນກ່ຽວກັບລະດັບຄວາມຮ້າຍແຮງຂອງໂລກລະບາດ. ໃນຂໍ້ສັງເກດກ່ຽວກັບສະພາບການໂລກລະບາດໂຄວິດ-19 ທີ່ໄດ້ຍົກອອກມາພາຍຫຼັງທີ່ກະຊວງສາທາລະນະສຸກກຳປູເຈຍ ແຈ້ງໃຫ້ຊາບວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 2 ຄົນເສຍຊີວິດໃນວັນທີ 19 ມີນາ. ປະຈຸບັນ ກຳປູເຈຍ ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 1.587 ຄົນ, ໃນນັ້ນມີ 3 ຄົນເສຍຊີວິດ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 20 ມີນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ລວມທັງໝົດ 122.871.198 ຄົນ ໃນນັ້ນມີ 2.712.642 ຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ. ຖັດຈາກນັ້ນແມ່ນ ບຣາຊິນ, ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ