ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດແມ່ນ 4.904 ຄົນ; ຜູ້ເຂົ້າເມືອງ 1.492 ຄົນ.
ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 6.356 ຄົນ
(ພາບປະກອບ)

ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ແລ້ວ, ນັບແຕ່ເວລາ 6 ໂມງຫາເວລາ 12 ໂມງຂອງວັນທີ 28 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດຕື່ມອີກ 40 ຄົນ. ສະນັ້ນ, ໄລ່ຮອດເວລາ 12 ໂມງຂອງວັນທີ 28 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດແມ່ນ 4.904 ຄົນ; ຜູ້ເຂົ້າເມືອງ 1.492 ຄົນ. ນັບແຕ່ວັນທີ 27 ເມສາ ມາຮອດປະຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດຕື່ມ 3.334 ຄົນ; ຜູ້ໄດ້ຮັບປິ່ນປົວຫາຍດີເປັນປົກກະຕິ 2.896 ຄົນ, 46 ຄົນເສຍຊີວິດ.

        ສ່ວນຢູ່ໃນໂລກ: ໄລ່ຮອດຕອນເຊົ້າວັນທີ 28 ພຶດສະພາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດເກືອບ 170 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 3,52 ລ້ານຄົນ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນອາເມລິກາ ມີຜູ້ເສຍຊີວິດກວ່າ 600.000 ຄົນ, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ