ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) - ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນປະເທດສະສົມທັງໝົດ 10.564 ຄົນ ແລະ 1.667 ຄົນກັບມາຈາກຕ່າງປະເທດ.

ໃນວັນທີ 18 ມິຖຸນາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 264 ຄົນ, ສະເພາະ ຢູ່ນະຄອນ ໂຮ່ຈີມິນ ກວດພົບ 149 ຄົນ.

        ສະນັ້ນ, ໄລ່ຮອດເວລາ 6 ໂມງຂອງວັນທີ 18 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນປະເທດສະສົມທັງໝົດ 10.742 ຄົນ ແລະ 1.672 ຄົນກັບມາຈາກຕ່າງປະເທດ. ຈຳນວນຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 4.733 ຄົນ, ມີ 62 ຄົນເສຍຊີວິດ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 17 ມິຖຸນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດແມ່ນກວ່າ 178 ລ້ານຄົນ, ໃນນັ້ນເກືອບ 3,9 ລ້າຍຄົນເສຍຊີວິດ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນອາເມລິກາ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ