ສະພາບການໂລກລະບາດໂຄວິດ-19 ໃນໂລກ ແລະ ຫວຽດນາມ

(VOVWORLD) - ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ 34 ຄົນ

ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດ 1 ໂມງວັນທີ 30 ມັງກອນ (ຕາມເວລາ ຫວຽດນາມ), ໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 102.587.298 ຄົນ, ໃນນັ້ນ ມີ 2.214.227 ຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອຫລາຍກ່ວາໝູ່, ຖັດມາແມ່ນ ອິນເດຍ, ບຣາຊິນ.

ສະພາບການໂລກລະບາດໂຄວິດ-19 ໃນໂລກ ແລະ ຫວຽດນາມ - ảnh 1ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ 34 ຄົນ (ພາບປະກອບ)

     ໃນຂະນະນັ້ນ, ໄລ່ແຕ່ 18 ໂມງວັນທີ 29 ມັງກອນ ຫາ 6 ໂມງວັນທີ 30 ມັງກອນ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ 34 ຄົນ. ປະຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອຈຳນວນ 1.739 ຄົນ, ໃນນັ້ນ ມີ 1.448 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ 35 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ