ສະພາບການໂລກລະບາດໂຄວິດ-19ຢູ່ຫາຍເຢືອງໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ

(VOVWORLD) -ທ່ານ ຫງວຽນເຈື່ອງເຊີນ ໄດ້ຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ ແຂວງ ຫາຍເຢືອງ ຕ້ອງຮັບປະກັນການແຍກຫ່າງຢູ່ເຂດແຍກຕົວ, ຮັບປະກັນຄວາມປອດໄພໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ
ສະພາບການໂລກລະບາດໂຄວິດ-19ຢູ່ຫາຍເຢືອງໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ - ảnh 1ທ່ານ ຫງວຽນເຈື່ອງເຊີນ ກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ນະຄອນ ຈິ໊ລິງ
(ພາບ: VGP)

ຕອນບ່າຍວັນທີ 18 ກຸມພາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນເຈື່ອງເຊີນ ໄດ້ມີການເຮັດວຽກກັບແຂວງ ຫາຍເຢືອງ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ. ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນເຈື່ອງເຊີນ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ນະຄອນ ຈິ໊ລິງ, ນະຄອນ ຫາຍເຢືອງ ແລະ ເມືອງ ເກິມຢ່າງ. ທ່ານ ຫງວຽນເຈື່ອງເຊີນ ໄດ້ຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ ແຂວງ ຫາຍເຢືອງ ຕ້ອງຮັບປະກັນການແຍກຫ່າງຢູ່ເຂດແຍກຕົວ, ຮັບປະກັນຄວາມປອດໄພໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ ເມື່ອບັນດາບໍລິສັດ, ໂຮງງານກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ.

        “ຢູ່ເຂດແຍກຕົວລວມໝູ່, ພິເສດແມ່ນບັນດາເຂດແຍກຕົວມີຜູ້ອອກແຮງງານຂອງບໍລິສັດ POYUL ຕ້ອງປະຕິບັດການແຍກຕົວຢ່າງເຄັ່ງຂັດ, ປະຕິບັດການວິໄຈເປັນຫຼາຍຄັ້ງ, ຫຼາຍເທື່ອກວ່າລະກັບທຳມະດາ ເພື່ອກວດພົບບັນດາກໍລະນີ F1 ກາຍເປັນ F0, ຫຼັງຈາກນັ້ນຈັດຕັ້ງການແຍກຕົວຮັບປະກັນຄວາມປອດໄພ”.

ຕອບກັບ

ຂ່າວ/ບົດ​ອື່ນ