ສະພາບການໃຊ້ຄວາມຮຸນແຮງສັບສົນຢູ່ສະຖານທູດ ອາເມລິກາ ປະຈໍາ ອີຣັກ

(VOVWORLD) -ຜູ້ແຫ່ຂະບວນປະທ້ວງ ໄດ້ທຳລາຍຊັບສິນ ທີ່ຢູ່ອ້ອມຂ້າງ ແລະ ຮຽກຮ້ອງໃຫ້ປິດປະຕູສະຖານທູດອາເມລິກາ ຢູ່ ອີຣັກ.

        ວັນທີ 31 ທັນວາ 2019, ເອກອັກຄະລັດຖະທູດ ອາເມລິກາ ແລະ ບັນດາພາລະກອນ ໄດ້ອອກຈາກສະຖານທູດຂອງປະເທດນີ້ ທີ່ປະຈຳຢູ່ ນະຄອນຫຼວງ Baghdad, ປະເທດ ອີຣັກ, ໃນສະພາບການທີ່ມີປະຊາຊົນນັບຫຼາຍພັນຄົນໄດ້ແຫ່ຂະບວນປະທ້ວງສະໜັບສະໜູນກຸ່ມກະບົດ Hashed Al- Shaabi ທີ່ໄດ້ປິດລ້ອມອາຄານນີ້ ເພື່ອຄັດຄ້ານການບຸກໂຈມຕີທາງອາກາດຂອງ ອາເມລິກາ ເພື່ອແນໃສ່ບັນດາຖານທີ່ໝັ້ນຂອງພວກກະບົດ ໂດຍ ອີຣານ ໜູນຫຼັງ ຢູ່ ອີຣັກ. ຜູ້ແຫ່ຂະບວນປະທ້ວງ ໄດ້ທຳລາຍຊັບສິນ ທີ່ຢູ່ອ້ອມຂ້າງ ແລະ ຮຽກຮ້ອງໃຫ້ປິດປະຕູສະຖານທູດອາເມລິກາ ຢູ່ ອີຣັກ.

        ຕໍ່ໜ້າສະພາບການດັ່ງກ່າວ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອີຣັກ Adel Abdel Mahdi ໄດ້ກ່າວປະນາມບັນດາການກະທຳຫົວຮຸນແຮງ ແນໃສ່ສະຖານທູດຕ່າງປະເທດ ແລະ ບັນດາອຸປະທູດ ຢູ່ ນະຄອນຫຼວງ Baghdad ຮຽກຮ້ອງໃຫ້ຜູ້ປະທ້ວງທີ່ຢູ່ນອກສະຖານທູດ ອາເມລິກາ ອອກໄປຈາກສະຖານທີ່ດັ່ງກ່າວ; ພ້ອມທັງຢັ້ງຢືນວ່າ ບໍ່ວ່າການກະທຳເກາະຜິດໃດ ທີ່ແນໃສ່ບັນດາສະຖານທູດຕ່າງປະເທດ ຈະຖືກກຳລັງປ້ອງກັນຄວາມສະຫງົບກີດກັ້ນ ແລະ ຖືກລົງໂທດຢ່າງເຂັ້ມງວດຕາມກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ