ສະພາບການໜູນຊ່ວຍຢູ່ເຂດ ກາຊາ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ

(VOVWORLD) - ຕາມ HRW ແລ້ວ, ອິດສະຣາແອນ ບໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງເຊື້ອເພີງ, ກໍ່ຄືສະກັດກັ້ນການໜູນຊ່ວຍເຂດທີ່ຖືກຜົນສະທ້ອນໜັກໜ່ວງຢູ່ທາງທິດເໜືອເຂດ ກາຊາ.
ສະພາບການໜູນຊ່ວຍຢູ່ເຂດ ກາຊາ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ - ảnh 1ສະພາບການຢູ່ນະຄອນ Rafah ໃນວັນທີ 22 ກຸມພາ
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 26 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຂອງສະພາສິດທິມະນຸດ ສປຊ ຢູ່ ເຊີແນວ (ປະເທດສະວິດ), ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່າວເຕືອນວ່າ ບັ້ນຮົບການທະຫານຮອບດ້ານແນໃສ່ນະຄອນ Rafah ຈະຕັດຂາດການເຄື່ອນໄຫວໜູນຊ່ວຍໃຫ້ແກ່ເຂດ ກາຊາ ໃນຂະນະທີ່ບັນດາໂຄງການຊ່ວຍເຫຼືອມະນຸດສະທຳ ສຳລັບປະຊາຊົນຢູ່ແຫ່ງນີ້ ບໍ່ພຽງພໍຢ່າງແນ່ນອນ. ອີກເທື່ອໜຶ່ງ, ທ່ານ Guterres ໄດ້ຮຽກຮ້ອງບັນດາຝ່າຍປະຕິບັດຄຳສັ່ງຢຸດຍິງມະນຸດສະທຳ ແລະ ປ່ອຍຕົວປະກັນ “ໃນທັນທີ ແລະ ໂດຍບໍ່ມີເງື່ອນໄຂ”.

        ໃນຂະນະນັ້ນ, ວັນທີ 26 ກຸມພາ, ອົງການຕິດຕາມສິດທິມະນຸດ (HRW) ຖືວ່າ: ອິດສະຣາແອນ ບໍ່ປະຕິບັດຄຳຕັດສິນຂອງສານຍຸຕິທຳສາກົນ (ICJ) ທີ່ໄດ້ຍົກອອກມາໃນວັນທີ 26 ມັງກອນຜ່ານມາ, ໃນນັ້ນ ໄດ້ຮຽກຮ້ອງສະໜອງການໜູນຊ່ວຍໃຫ້ແກ່ປະຊາຊົນຢູ່ເຂດ ກາຊາ ຢ່າງຮີບດ່ວນ. ຕາມ HRW ແລ້ວ, ອິດສະຣາແອນ ບໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງເຊື້ອເພີງ, ກໍ່ຄືສະກັດກັ້ນການໜູນຊ່ວຍເຂດທີ່ຖືກຜົນສະທ້ອນໜັກໜ່ວງຢູ່ທາງທິດເໜືອເຂດ ກາຊາ.

        ແລະກໍ່ໃນວັນດຽວກັນ, ສະຫະພັນ ອາຣັບ (AL) ແລະ ຕວກກີ ກໍ່ໄດ້ກະຕຸກຊຸກຍູ້ບັນດາຜູ້ພິພາກສາຂອງສານຍຸຕິທຳສາກົນ (ICJ) ຖືເລື່ອງ ອິດສະຣາແອນ ຄວບຄຸມບັນດາເຂດດິນແດນຂອງ ປາແລດສະຕິນ ແມ່ນຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ