ສະພາບຂາດສະຖຽນລະພາບຢູ່ໄທ

ສະພາບຂາດສະຖຽນລະພາບຢູ່ໄທ - ảnh 1
ຜູ້ແຫ່ຂະບວນປະທ້ວງຄັດຄ້ານລັດຖະບານເຕົ້າໂຮມຢູ່ນອກສານລັດຖະທຳມະນູນຢູ່ບັງກອກ ໃນວັນທີ 20/11
 ພາບ: AFP/TTXVN

(vovworld) - ​ວັນ​ທີ 24/11, ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ກ່ວາ 100.000 ຄົນ​ໄດ້​ເຕົ້າ​ໂຮມ​ຢູ່​ສູນ​ປະຫວັດສາດ​ນະຄອນ​ເພື່ອ​ແນ​ໃສ່​ຮຽກຮ້ອງ​​ໂຄ້ນ​ລົ້ມ​ລັດຖະບານ​ຂອງ​ທ່ານ​ນາງ ຍິງຣັກ ຊິນ​ນະ​ວັດ. ​ແລະ​ກໍ່​ໃນ​ເວລາ​ດຽວ​ກັນ, ຝ່າຍ​ເສື້ອ​ແດງ​ມີ​ປະມານ 30.000 ​ຄົນ​ກໍ່​ເລີ່​ມ​ເຕົ້າໂຮມ​ກັນຢູ່​ສະໜາມ​ກິລາ​ທີ່​ຊານ​ນະຄອນ​ເພື່ອ​ສະ​ແດງ​ການ​ສະໜັບສະ​ໜູນ​ສຳລັບ​ລັດຖະບານ​ຂອງ​ທ່ານ​ນາງ ນາຍົກລັດຖະມົນຕີ ຍິງ​ຣັກ ຊິນ​ນະ​ວັດ. 2 ກຸ່ມ​ແຫ່​ຂະ​ບວນປະ​ທ້ວງ​ດັ່ງກ່າວ​ຖະ​ແຫຼ​ງຈະ​ເຕົ້າ​ໂຮມກັນ​ຕະຫຼອດ​ຄືນ​ຢູ່​ນະຄອນຫຼວງ ບັງ​ກອກ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ມີ​ໄພ​ປິນ​ຂັ້ນ​ໄດ​.

        ​ໃນ​ຫຼາຍ​ອາທິດ​ຜ່ານ​ມາ, ນະຄອນຫຼວງ​ຂອງ​ໄທ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ຕ່າງໆ​ເພື່ອ​ຄັດຄ້ານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ​ທີ່​ກໍ່​ຄວາມ​ຖົກ​ຖຽງ​ກັນ. ຮ່າງ​ກົດໝາຍ​ອະນຸຍາດ​​ໃຫ້​ລັດຖະບານ ອະ​ໄພ​ຍະ​ໂທ​ດ​ໃຫ້​ທຸກໆ​ພັກ​ຝ່າຍ​ກໍ່​ຄື​ບຸກຄົນ​ຖືກ​ຈັບ​ຕົວ​ທີ່​ກ່ຽວຂ້ອງ​ເຖິງ​ເຫດ​ຈາລະ​ຈົ​ນຢູ່​ຕາມ​ຖະໜົນ​ນັບ​ແຕ່​ປີ 2004. ຝ່າຍ​ຄ້ານ​ຖື​ວ່າ ຈຸດປະສົງ​ຕົ້ນ​ຕໍ່​ຂອງ​ຮ່າງ​ກົດໝາຍ​ສະບັບ​ນີ້​ແມ່ນ​ເພື່ອ​ແນ​ໃສ່ “ລົບ​ລ້າງ​ໂທດ” ​ໃຫ້​ອະ​ດີດ​ນະ​ຍົກ​ລັດຖະມົນຕີ ທັກສິນ ຊິນນະ​ວັດ ຜ່ານ​ຂໍ້​ມາ​ດຕາ​ອະ​ໄພ​ຍະ​ໂທ​ດ​ໃຫ້​ບັນດາ​ບຸກຄົນ​ມີ​ການ​ກະທຳ​ຜິດ​​ຄື​ເຂັ່ນຂ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ບໍ່​​ປະກອບ​ອາວຸດ. ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ວັນ​ທີ 11/11, ວຸດ​ທິສະພາ​ໄທ ​ໄດ້​ປະຕິ​ເສດ​ຮ່າງ​ກົດໝາຍ​ດັ່ງກ່າວ, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຍັງ​ຄົງ​ແຫ່​ຂະ​ບວນປະ​ທ້ວງ​​ເພື່ອ​ແນ​ໃສ່​ຮຽກຮ້ອງ​ໂຄ້ນ​ລົ້ມ​ລັດຖະບານ​ປະຈຸ​ບັນ​ເຊິ່ງ​ເຂົາ​ເຈົ້າ​ກ່າວ​ຫາ​ແມ່ນ​ພວມ​ຖືກ “ອະດີດ​ນາຍົກລັດຖະມົນຕີ ທັກ​ສິນ​ຄວບ​ຄຸມ”.

ຕອນ​ເຊົ້າ​ວັນ​ທີ 25/11, ທ່ານ​ນາງນາຍົກລັດຖະມົນຕີ​ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ ຍິງຣັກ ຊິນ​ນະ​ວັດ ​ໄດ້​ຮຽກໂຮມ​ປະຊຸມ​ຄະນະ​ລັດຖະບານ​ເພື່ອ​ພິຈາລະ​ນະ​ເລື່ອງ​ຕໍ່​ກຳນົດ​ເວລາ​ນຳ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ຢູ່​ນະຄອນຫຼວງ ບັງ​ກອກ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ການ​ແຫ່​ຂະ​ບວນປະ​ທ້ວງ, ​ເພີ່ມ​ທະວີ​ວຽກ​ງານ​ປົກ​ປ້ອງ​ສຳນັກງານ​ນາຍົກລັດຖະມົນຕີ ​ແລະ ສຳນັກງານ​ສະພາ​ແຫ່ງ​ຊາດ. ລັດຖະບານ​ໄທ ວິຕົກ​ກັງວົນ​ວ່າການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫຍ່ ​ແລ​ະ ​ແກ່ຍາວ, ອາດ​ຈະ​ເກີນ​ຂອບ​ເຂດການ​ຄວບ​ຄຸມ​ພາ​​​ໄປ​ເຖິງ​ສະພາບ​ຂາດຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພັດທະນາ​ເສດຖະກິດ, ພິ​ເສດ​ໃນ​ສະພາບ​​ການ​ເມືອງ​ໄທ ພວມ​ເກີດຫຼາຍ​ປັດ​ໄຈ​ຂາດ​ສະຖຽນ​ລະ​ພາບ​. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ​ໄທ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ການ​ເມືອງ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້ ບັນ​ດາ​ພັກ​ຝ່າຍ​ຄວນ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນດ້ວຍ​ມາດ​ຕະການ​ເຈລະ​ຈາ.

ຂ່າວ/ບົດ​ອື່ນ