ສະພາບຄວາມເຄັ່ງຕຶງຢູ່ເວເນຊູເອລາ

(VOVWORLD) -ກົນອຸບາຍກໍ່ລັດຖະປະຫານ ບໍ່ປະສົບຜົນສໍາເລັດກ່່ອນນີ້  ໃນວັນທີ 30 ເມສາ ໂດຍທ່ານ Juan Guaido ຫົວໜ້າຝ່າຍຄ້ານປຸກລະດົມ ພ້ອມກັບການໜູນຫຼັງຈາກພາຍນອກ ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນວ່າ ນັ້ນບໍ່ແມ່ນວິທີການນໍາມາເຊິ່ງສັນຕິພາບໃຫ້ແກ່ປະເທດນີ້.

ເມື່ອແບ່ງປັນໃນສື່ສັງຄົມອອນລາຍ Twitter ໃນວັນທີ 01 ພຶດສະພາ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ຖະແຫຼງວ່າ ກົນອຸບາຍກໍ່ລັດຖະປະຫານ ບໍ່ປະສົບຜົນສໍາເລັດກ່່ອນນີ້  ໃນວັນທີ 30 ເມສາ ໂດຍທ່ານ Juan Guaido ຫົວໜ້າຝ່າຍຄ້ານປຸກລະດົມ ພ້ອມກັບການໜູນຫຼັງຈາກພາຍນອກ ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນວ່າ ນັ້ນບໍ່ແມ່ນວິທີການນໍາມາເຊິ່ງສັນຕິພາບໃຫ້ແກ່ປະເທດນີ້. ທ່ານ Maduro ຢັ້ງຢືນວ່າ ມາດຕະການດີທີ່ສຸດເພື່ອລົບລ້າງບັນດາຄວາມແຕກໂຕນກັນນັ້ນ ແມ່ນຕ້ອງອີງໃສ່ລະບອບລະບຽບການ ແລະ ການເຄົາລົບເຊິ່ງກັນແລະກັນ. ແລະກໍໃນວັນດຽວກັນ, ໃນບົດກ່າວປາໄສ ທີ່ງານໂຮມຊຸມນຸມມິດຕິງ ເນື່ອງໃນໂອກາດວັນກໍາມະກອນສາກົນ, ທ່ານ Maduro ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຕໍ່ສູ້ ເພື່ອປົກປ້ອງສິດຜົນປະໂຫຍດ ແລະ ອະທິປະໄຕຂອງ ປະເທດ ຕໍ່ໜ້າບັນດາກົນອຸບາຍຂອງບັນດາອິດທິກໍາລັງປໍລະປັກ.  ທ່ານກໍ ກ່າວຫາ ທ່ານ John Bolton ທີ່ປຶກສາດ້ານການປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ວ່າ ແມ່ນຜູ້ບັນຊາ ການກໍ່ລັດຖະປະຫານ ດັ່ງກ່າວນັ້ນ ໂດຍກົງ.

ສະພາບຄວາມເຄັ່ງຕຶງຢູ່ເວເນຊູເອລາ - ảnh 1 ກົນອຸບາຍກໍ່ລັດຖະປະຫານ ຂອງພວກຝ່າຍຄ້ານໂດຍທ່ານ Juan Guaido ປຸກລະດົມ ບໍ່ປະສົບຜົນສໍາເລັດ ໃນວັນທີ 30 ເມສາ ຢູ່ເວເນຊູເອລາ (ພາບ: TTXVN)

        ຕໍ່ໜ້າສະພາບການດັ່ງກ່າວ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກໍ່ໄດ້ມີການເຈລະຈາຜ່ານທາງໂທລະສັບກັບຄູ່ຕໍາແໜ່ງ ລັດເຊຍ Sergey Lavrov ໃນວັນທີ 01 ພຶດສະພາ ເພື່ອປຶກສາຫາລືກ່ຽວກັບການຜັນແປທີ່ເຄັ່ງຕຶງຢູ່ ເວເນຊູເອລາ. ແຈ້ງການຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າ, ທ່ານ Mike Pompeo ໄດ້ເປັນເຈົ້າການໂທລະສັບຫາຄູ່ຕໍາແໜ່ງລັດເຊຍ ເພື່ອປຶກສາຫາລືກ່ຽວກັບບົດບາດຂອງ ລັດເຊຍ ແລະ ກູບາ ຢູ່ ເວເນຊູເອລາ. ໃນນັ້ນ, ທ່ານ Mike Pompeo ໄດ້ຮຽກຮ້ອງລັດເຊຍ “ຫຼຸດຜ່ອນການສະໜັບສະໜູນ ໃຫ້ອໍານາດການປົກຄອງຂອງ ທ່ານປະທານາທິບໍດີ Nicolas Maduro”.

        ສ່ວນຝ່າຍກະຊວງການຕ່າງປະເທດລັດເຊຍ ກໍໄດ້ອອກຖະແຫຼງການກ່ຽວກັບການເຈລະຈາຜ່ານທາງໂທລະສັບດັ່ງກ່າວ ໂດຍໃຫ້ຮູ້ວ່າ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໄດ້ເວົ້າຢ່າງຈະແຈ້ງຕໍ່ ເລື່ອງ ວໍຊິງຕັນ ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ ແລະ ນາບຂູ່ການນໍາຂອງປະເທດ ເວເນຊູເອລາ ແມ່ນການກະທໍາລະເມີດກົດໝາຍສາກົນ.

        ໃນຂະນະນັ້ນ, ທີ່ກອງປະຊຸມບັນດາປະເທດສະມາຊິກ ຂະບວນການບໍ່ຮ່ວມກຸ່ມ (NAM) ທີ່ຈັດຂຶ້ນໃນວັນດຽວກັນ, ຜູ້ຕາງໜ້າບັນດາປະເທດສະມາຊິກ ຄື ກູບາ, ຊີຣີ, ປາແລັດສະຕິນ ໄດ້ຄັດຄ້ານກົນອຸບາຍກໍ່ລັດຖະປະຫານດັ່ງກ່າວ ຢູ່ ເວເນຊູເອລາ.

        ສ່ວນ ທ່ານ  Samuel Moncada ເອກອັກຄະລັດຖະທູດ ເວເນຊູເອລາ ປະຈໍາ ສປຊ ໄດ້ຮ້ອງຟ້ອງການສົມຮູ້ຮ່ວມຄິດຂອງການນໍາບັນດາປະເທດ ໂກລົມໂບ, ອາກຊັງຕີນ, ບຣາຊີນ, ປານາມາ, ປາຣາກວຍ ແລະ ເຈົ້າໜ້າທີ່ອາເມລິກາຫຼາຍຄົນ ພ້ອມກັບຝ້າຍຄ້ານ ທີ່ໄດ້ກໍ່ສະພາບຂາດສະຖຽນລະພາບຢູ່ Caracas. 

ຕອບກັບ

ຂ່າວ/ບົດ​ອື່ນ