ສະພາບຕົວຈິງແລະການທ້າທາຍຂອງໄຕງວຽນໃນການພັດທະນາແບບຍືນຍົງ

ສະພາບຕົວຈິງແລະການທ້າທາຍຂອງໄຕງວຽນໃນການພັດທະນາແບບຍືນຍົງ - ảnh 1
ພາບປະກອບ

(vovworld) – ສະພາບ​​ຕົວ​ຈິງ​ແລະ​ການ​ທ້າ​ທາຍ​ຂອງ​ໄຕ​ງວຽນ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ - ​ແມ່ນ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ຈັດ​ຂຶ້ນ​ໃນ​ວັນ​ທີ 8/1, ຢູ່​ນະຄອນ ກອນ​ຕຸ​ມ, ​ແຂວງ ກອນ​ຕຸ​ມ, ​ເພື່ອ​ແນ​ໃສ່​ຕີ​ລາຄາ​ສະພາບ​​ຕົວ​ຈິງ, ຮັບ​ຮູ້​ບັນ​ດາ​ຄວາມ​ສະດວກ, ສິ່ງ​ທ້າ​ທາຍ ຈາກ​ນັ້ນ​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ກຳ​ນົດທິດ, ກົນ​ໄກ​ນະ​ໂຍບາຍປະກອບສ່ວນ​ພັດທະນາ ​ໄຕ​ງວຽນ ​ແບບ​ຍືນ​ຍົງ.

    ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ເຕື້ອງ​ເຖິງ​ຫຼາຍ​ບັນ​ຫາ​ທີ່​ພວມ​ທ້າ​ທາຍ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ ​ໄຕ​ງວຽນ ​ໃນ​ປະຈຸ​ບັນ ຄື​ການ​ຊຸດ​ໂຊມ​​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ, ກົນ​ໄກ​ເສດຖະກິດ​ບໍ່​ທັນ​ເໝາະ​ສົມ. ບາງຄຳ​ເຫັນ​ຖື​ວ່າ: ​ເພື່ອ​ພັດທະນາ ​ໄຕ​ງວຽນ ​ແບບ​ຍືນ​ຍົງ​ຕ້ອງ​ແກ້​ໄຂ 2 ບັນຫາພ້ອມ​ກັນ​ນັ້ນ​ແມ່ນຮັບປະກັນ ​ແລະ ພັດທະນາ​​ເສດຖະກິດ ​ໃນ​ທັນທີ. ດ້ານ​ອື່ນ​ຕ້ອງ​ແກ້​ໄຂ​ຢ່າງ​ກົມ​ກ່ຽວ​ລະຫວ່າງ​ການ​ພັດທະນາ​ຂອງ​ປະຊາຄົມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ກັບ​ທີ່ ​ແລະ ບັນດາ​ປະຊາ​ຄົມ​ຫາ​ກໍ່​ເຂົ້າ​ມາ​​ອາ​ໄສ. ພ້ອມ​ກັນ​ນັ້ນ​ແມ່ນ​ບັນດາ​ບັນຫາ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ, ຫັນປ່ຽນ​​ໂຄງ​ປະກອບ​ເສດຖະກິດ. ​ແກ້​ໄຂ​ບັນດາ​ບັນຫາ​ນີ້​ເປັນ​ຢ່າງ​ດີ ຈະ​ຊ່ວຍ​ໃຫ້ ​ໄຕ​ງວຽນ ມີ​ທີ່​ຕັ້ງ​ບົດບາດຢ່າງ​ແທ້ຈິງ ​ໃນ​ການ​ວາງ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ 5 ​ແຂວງ ​ໃນ​​ເຂດ..​.​

 

ຂ່າວ/ບົດ​ອື່ນ