ສະ​ພາບ​ແຫ່ງ​ຊາດ​ວາງຄາດ​ໝາຍ​ການ​ເຕີບ​ໂຕ GDP ໃນ​ປີ 2024 ແມ່ນ 6 – 6,5%

(VOVWORLD) - ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ສະພາແຫ່ງຊາດ ໄດ້ສະເໜີລັດຖະບານ ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕດ້ານເສດຖະກິດ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້… 
ສະ​ພາບ​ແຫ່ງ​ຊາດ​ວາງຄາດ​ໝາຍ​ການ​ເຕີບ​ໂຕ GDP ໃນ​ປີ 2024 ແມ່ນ 6 – 6,5% - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV, ຕອນບ່າຍວັນທີ 9 ພະຈິກ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິວ່າດ້ວຍແຜນການພັດທະນາ ເສດຖະກິດ - ສັງຄົມ ປີ 2024 ດ້ວຍບັດເຫັນດີ ກ່ວາ 90%.

ຕາມນັ້ນແລ້ວ, ສະພາແຫ່ງຊາດ ໄດ້ກຳນົດຄາດໝາຍການເຕີບໂຕ GDP ໃນປີ 2024 ແມ່ນ 6 – 6,5%, ກໍ່ຕາມມະຕິ, ການເຕີບໂຕຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດເຄື່ອງຈັກເຄື່ອງອາໄລ່ໃນ GDP ແລະ ຄວາມໄວໃນການເຕີບໂຕສະມັດຕະພາບແຮງງານໃນປີ 2024 ຕາມລຳດັບແມ່ນ 24% ແລະ 4,8 – 5,3%. ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ສະພາແຫ່ງຊາດ ໄດ້ສະເໜີລັດຖະບານ ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕດ້ານເສດຖະກິດ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້… ສືບຕໍ່ສູ້ຊົນຫຼຸດຜ່ອນອັດຕາດອກເບ້ຍ ແລະ ຫັນການປະຕິບັດລະບຽບການບໍລິຫານເປັນງ່າຍດາຍ ເພື່ອເພີ່ມທະວີຄວາມສາມາດໃນການເຂົ້າເຖິງ ແລະ ນຳໃຊ້ສິນເຊື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ