ສະພາບໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 257.808.851 ຄົນ, ໃນນັ້ນມີຜູ້ເສຍຊີວິດ 5.167.581 ຄົນ.

ສະພາບໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ - ảnh 1ສັກວັກຊິນໃຫ້ແກ່ເດັກນ້ອຍ (ພາບປະກອບ: Getty Images/TTXVN)

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 386.042 ຄົນ ແລະ ມີຜູ້ເສຍຊີວິດ 4.108 ຄົນ. ອັງກິດ ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກຫຼາຍທີ່ສຸດໃນໂລກ, ດ້ວຍ 40.004 ຄົນ, ໃນຂະນະນັ້ນ ລັດເຊຍ ແມ່ນປະເທດທີ່ມີຈຳນວນຜູ້ເສຍຊີວິດສູງທີ່ສຸດເຊິ່ງແມ່ນ 1.252 ຄົນ. ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ, ລັດເຊຍ ແມ່ນ ບັນດາປະເທດທີ່ພວມຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19.

ສ່ວນຢູ່ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກໃນວັນທີ 22 ພະຈິກ ແລ້ວ, ນັບແຕ່ເວລາ 16 ໂມງຂອງວັນທີ 21 ພະຈິກ ຫາເວລາ 16 ໂມງຂອງວັນທີ 22 ພະຈິກ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 10.321 ຄົນ, ໃນນັ້ນ 22 ຄົນແມ່ນມາຈາກຕ່າງປະເທດໄດ້ແຍກຕົວຢ່າງທັນທີ ແລະ 10.299 ຄົນຕິດເຊື້ອພະຍາດຢູ່ພາຍໃນປະເທດ.

        ໃນວັນທີ 22 ພະຈິກ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 4.776 ຄົນ, ມີ 190 ຄົນເສຍຊີວິດ (ໃນນັ້ນບວກກັບຜູ້ເສຍຊີວິດ 50 ຄົນຂອງວັນທີ 21 ພະຈິກ.

        ນັບແຕ່ເມື່ອໂລກລະບາດແຜ່ລະບາດມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.104.835 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 910.276 ຄົນ, ມີຜູ້ເສຍຊີວິດ 23.951 ຄົນ. ຈຳນວນວັກຊິນທີ່ໄດ້ຊັກເຂັມທີໜຶ່ງແມ່ນ 108.815.813 ໂດສ, ສັກເຂັມທີ 2 ແມ່ນ 41.999.342 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ