ສະ​ພາບ​ໂລກ​ລະ​ບາດ​ໂຄວິດ 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ສາຍພັນ Omicron ພວມແຜ່ລະບາດຢ່າງແຮງຢູ່ເອີລົບ ຊື່ງໄດ້ເຮັດໃຫ້ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ໃນພາກພື້ນເພີ່ມຂຶ້ນຢ່າງແຮງ.
ສະ​ພາບ​ໂລກ​ລະ​ບາດ​ໂຄວິດ 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ  - ảnh 1

 (ພາບ: THX/TTXVN)

   ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 2 ກຸມພາ (ຕາມເວລາ UTC), ໂລກຢັ້ງຢືນໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດໃໝ່ຕື່ມອີກກ່ວາ 2.85 ລ້ານຄົນ ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພະຍາດທັງໝົດຂຶ້ນເຖິງ 381.784.976  ຄົນ, ໃນນັ້ນມີຜູ້ເສຍຊີວິດ 5.704.096 ຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດໂຄວິດກ່ວາ 76,5 ລ້ານຄົນ ແລະ ມີຜູ້ເສຍຊີວິດ 913.904 ຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

  ສາຍພັນ Omicron ພວມແຜ່ລະບາດຢ່າງແຮງຢູ່ເອີລົບ ຊື່ງໄດ້ເຮັດໃຫ້ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ໃນພາກພື້ນເພີ່ມຂຶ້ນຢ່າງແຮງ. ສ່ວນຢູ່ອາຊີ, ໃນວັນທີ 1 ກຸມພາ, ຍີ່ປຸ່ນ ສືບຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ 19 ໃໝ່ກ່ວາ 80.000 ຄົນ, ໃນນັ້ນ, ສະເພາະຢູ່ນະຄອນຫຼວງໂຕກຽວ ໄດ້ຮັບຮູ້ວ່າ ໃນ 8 ວັນຢ່າງລຽນຕິດ, ມີຜູ້ຕິດເຊື້ອພະຍາດກ່ວາ 10.000 ຄົນ/ວັນ. ລັດຖະບານປະເທດນີ້ ມີຄວາມລະມັດລະວັງ ທີ່ຈະອອກຂໍ້ຕົກລົງປະກາດຄຳສັ່ງສະພາວະສຸກເສີນ ກ່ຽວກັບໂລກລະບາດໂຄວິດ 19 ເພື່ອຫຼີກລ້ຽງການກະທົບຕໍ່ບັນດາການເຄື່ອນໄຫວເສດຖະກິດສັງຄົມ.

ສ່ວນຢູ້ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 01 ກຸມພາ ຮອດເວລາ 16 ໂມງຂອງວັນທີ  02 ກຸມພາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ -19 ລາຍໃໝ່ຕື່ມອີກ 8.744 ຄົນ, ໃນນັ້ນຜູ້ຕິດເຊື້ອພະຍາດໂຄວິດ -19 ເຂົ້າເມືອງແມ່ນ 22 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 6.795 ຄົນ.

ໄລ່ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດໄວຣັດສາຍພັນ Omicron 186 ຄົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ