ສະພາບໂລກລະບາດໂຄວິດ- 19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ- 19 ແມ່ນກວ່າ 46.367.000 ຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1.199.700 93 ຄົນ.

ສະພາບໂລກລະບາດໂຄວິດ- 19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1 ເປັນມື້ທີ 60 ແລ້ວທີ່ ຫວຽດນາມ ບໍ່ ພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ

(ພາບ: TTXVN)

ຕາມແຫຼ່ງຂ່າວຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ- 19 ແລ້ວ, ໄລ່ຮອດເວລາ 18 ໂມງ ຂອງວັນທີ 31 ຕຸລາ ຫາເວລາ 6 ໂມງຂອງວັນທີ 01 ພະຈິກ, ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່. ຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດແມ່ນ 1.180 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.063 ຄົນ. ສະນັ້ນ, ເປັນມື້ທີ 60 ແລ້ວທີ່ ຫວຽດນາມ ບໍ່ ພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 01 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ- 19 ແມ່ນກວ່າ 46.367.000 ຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1.199.700 93ຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນ ໂລກລະບາດໂຄວິດ-19, ມີຜູ້ຕິດເຊື້ອພະຍາດ 9.4.2.590 ຄົນ, ຜູ້ເສຍຊີວິດ 230.072 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ