ສະພາບໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ແລະ ໃນໂລກ

(VOVWORLD) -ມາຮອດປະຈຸບັນ, ໄດ້ເປັນຈຳນວນທີ 67 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົມ.

ສະພາບໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ແລະ ໃນໂລກ - ảnh 1

ບັນດາຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວຕາມຂໍ້ກຳນົດ 

(ພາບ: TTXVN)

ຕາມແຫຼ່ງຂ່າວຈາກຄະນະຊີ້ນຳກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລ້ວ, ໄລ່ຮອດເວລາ 6 ໂມງຂອງວັນທີ 09 ພະຈິກ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກ. ມາຮອດປະຈຸບັນ, ໄດ້ເປັນຈຳນວນທີ 67 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົມ. ຫວຽດນາມ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ຫາຍດີປົກກະຕິເປັນຈຳນວນ 1.070/1.213 ຄົນ, ຜູ້ເສຍຊີວິດ 35 ຄົນ, ບໍ່ມີຜູ້ເຈັບໜັກ.

        ໃນລະຫວ່າງວັນທີ 07 – 09 ພະຈິກ, ບັນດາອົງການຜູ້ຕາງໜ້າຂອງຫວຽດນາມ ປະຈຳອາເມລິກາ ແລະ ຍີ່ປຸ່ນ, ບໍລິສັດການບິນແຫ່ງຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຢູ່ປະເທດປະຈຳຖິ່ນຈັດສົ່ງພົນລະເມືອງຫວຽດນາມເກືອບ 360 ຄົນກັບເມືອປະເທດດ້ວຍຄວາມປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ດ່ານັ້ງ, ບັນດາຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວຕາມຂໍ້ກຳນົດ.

ແລະກໍ່ໃນເຫດການທີ່ກ່ຽວຂ້ອງຕາມເວບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 9 ພະຈິກ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 50.719.494 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.261.676 ຄົນ.

ອາເມລິກາ ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ-19, ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ