ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 23 ມີນາ, ຫວຽດນາມ ໄດ້ປະກາດມີ 3 ກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ.
ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ - ảnh 1(ພາບປະກອບ: TTXVN)

2 ກໍລະນີດັ່ງກ່າວແມ່ນຊາວຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ຢູ່ໂຮນລັງ, ສ.ເຊັກໂກ ກັບເມືອປະເທດ ແລະ ທ່ານໝໍຄົນໜຶ່ງຢູ່ພະແນກສຸກເສີນ, ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ, ຮ່າໂນ້ຍ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ຫວຽດນາມ ຂຶ້ນເປັນ 116 ກໍລະນີ.

 ໄລ່ມາຮອດເວລາ 15 ໂມງຂອງວັນທີ 23 ມີນາ, ໄດ້ມີຜູ້ຕິດເຊື້ອໄວຣັດ SARS – CoV –  2 ຕື່ມອີກ 5 ຄົນ, ອັນໄດ້ຍົກຈໍານວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມ ຂຶ້ນເປັນ 121 ຄົນ.

        ໃນເຫດການທີ່ກ່ຽວຂ້ອງ, ເພື່ອໜູນຊ່ວຍວຽກງານປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ມີໜັງສືສະເໜີບັນດາມະຫາວິທະຍາໄລ, ສະຖາບັນ, ວິທະຍາໄລ… ຖ້າຫາກວ່າຍັງບໍ່ທັນໃຫ້ນັກສຶກສາໄປຮຽນໃນໄລຍະນີ້, ຈະໃຫ້ທ້ອງຖິ່ນຕ່າງໆນຳໃຊ້ຫໍພັກເປັນເຂດແຍກຕົວລວມໝູ່ສຳລັບບັນດາຜູ້ກັບເມືອຈາກເຂດເກີດໂລກລະບາດ.

        ກະຊວງສາທາລະນະສຸກຫວຽດນາມ ກໍ່ໄດ້ປະກາດບັນຊີລາຍຊື່ 22 ຫ້ອງວິໃຈ ເຊິ່ງກະຊວງສາທາລະນະສຸກອະນຸຍາດໃຫ້ວິໃຈກໍລະນີຕິດຕິດເຊື້ອໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ